ວັນທີ 28 ຕຸລານີ້, ທ່ານນາງ ອູຊູລາ ວົນ ເດີ ເລເຢັນ, ປະທານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ, ການຮັບມືກັບວິກິດການພະລັງງານແມ່ນໜ້າທີ່ສຳຄັນກວ່າໝູ່ຂອງບັນດາປະເທດສະຫະພາບເອີຣົບໃນປັດຈຸບັນ, ຖ້າຮັບມືບໍ່ໄດ້ຜົນກໍໍອາດຈະເກີດຜົນກະທົບຕໍ່ດ້ານອື່ນໆທີ່ຄາດບໍ່ເຖິງ, ກະທົບເຖິງຄວາມໝັ້ນທ່ຽງຂອງເສດຖະກິດສັງຄົມ.
ນັບແຕ່ປີ 2021 ເປັນຕົ້ນມາ, ປະເທດສະຫະພາບເອີຣົບໄດ້ເກີດໄພເງິນເຟີ້ທີ່ໜັກໜ່ວງ, ລາຄາພະລັງງານ ໂດຍສະເພາະແມ່ນລາຄາອາຍແກັສທຳມະຊາດໄດ້ຖີບສູງຂຶ້ນຢ່າງຫຼວງຫຼາຍ. ປີນີ້, ສະຫະພາບເອີຣົບໄດ້ໃຊ້ມາດຕະການລົງໂທດຫຼາຍຮອບຕໍ່ຣັດເຊຍ, ເຮັດໃຫ້ຣັດເຊຍໄດ້ຕັດຫຼືຫຼຸດການສະໜອງອາຍແກັສທຳມະຊາດຕໍ່ຫຼາຍປະເທດ, ບວກກັບທໍ່ສົ່ງແກັສ “ນົດສຕີມ” ສອງສາຍ ທີ່ສົ່ງອາຍແກັສທຳມະຊາດຣັດເຊຍໄປໃຫ້ປະເທດເອີຣົບຕ່າງໆ ຖືກທຳລາຍ, ພາໃຫ້ປະເທດເອີຣົບປະເຊີນໜ້າກັບວິກິດການພະລັງງານທີ່ຮ້າຍແຮງກວ່າເກົ່າ.