ເກີດເຫດການຢຽບກັນຢູ່ນະຄອນຫຼວງ ເຊອຸ່ນ ຂອງ ສ. ເກົາຫຼີ ຢ່າງໜ້ອຍ 149 ຄົນເສຍຊີວິດ

2022-10-30 11:34:02 CRI

 

   ເຈົ້າໜ້າທີ່ດັບເພີງຂອງ ສ. ເກົາຫຼີ ລາຍງານໃນວັນທີ 30 ຕຸລານີ້ວ່າ: ໃນຕອນຄໍ່າຂອງວັນທີ 29 ຕຸລານີ້, ໄດ້ເກີດເຫດການຢຽບກັນຢູ່ບໍລິເວນອ້ອມແອ້ມ ເຂດອິໄທວອນ ເມືອງ ຢອງຊັນ ນະຄອນຫຼວງ ເຊອຸ່ນຂອງ ສ.ເກົາຫຼີ, ສົ່ງຜົນເຮັດໃຫ້ຢ່າງໜ້ອຍ 149 ຄົນເສຍຊີວິດ ແລະ 76 ຄົນບາດເຈັບ.



   ຜູ້ເຫັນເຫດການບອກນັກຂ່າວວ່າ, ໃນຕອນຄໍ່າຂອງວັນທີ 29 ຕຸລານີ້, ໄດ້ມີປະຊາຊົນປະມານ 1 ແສນຄົນເຕົ້າໂຮມກັນຢູ່ບໍລິເວນອ້ອມແອ້ມ ເຂດອິໄທວອນເພື່ອຮ່ວມງານສະຫຼອງວັນຮະໂລວິນ.



   ພາຍຫຼັງເກີດເຫດ, ທ່ານ ຢູນຊອກໂຢ້ ປະທານາທິບໍດີ ສ. ເກົາຫຼີ ໄດ້ອອກຄໍາສັ່ງດ່ວນ ໂດຍໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງພະຍາຍາມຈົນສຸດຄວາມສາມາດເພື່ອກອບກູ້ປິ່ນປົວຜູ້ບາດເຈັບໂດຍໄວ. ທ່ານຍັງໄດ້ຮຽກຮ້ອງໃຫ້ກະຊວງສະຫວັດດີການ ແລະສາທາລະນະສຸກ ປະຕິບັດກົນໄກປິ່ນປົວສຸກເສີນໂດຍໄວ, ແລະແຕ່ງຕັ້ງໜ່ວຍປິ່ນປົວສຸກເສີນໂດຍໄວເທົ່າທີ່ຈະໄວໄດ້, ແລະຮັບປະກັນໂຮງໝໍທີ່ຢູ່ໃກ້ສະຖານທີ່ເກີດເຫດກຽມຕຽງນອນສຸກເສີນໃຫ້ພຽບພ້ອມ.



   ຕອນຮຸ່ງເຊົ້າຂອງວັນທີ 30 ຕຸລານີ້, ເຈົ້າໜ້າທີ່ດັບເພີງຂອງ ສ. ເກົາຫຼີ ໄດ້ລາຍງານໃນກອງປະຊຸມຖະແຫຼງຂ່າວວ່າ: ໃນຈໍານວນຜູ້ເສຍຊີວິດ ແລະບາດເຈັບແມ່ນມີຊາວໜຸ່ມອາຍຸ 20 ປາຍປີເປັນຫຼັກ, ປັດຈຸບັນນີ້, ເຈົ້າໜ້າທີ່ກູ້ໄພພວມດໍາເນີນການກອບກູ້ຮອບທີສອງຢູ່ອ້ອມແອ້ມ”   ສະຖານທີ່ເກີດເຫດ ແລະຈໍານວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນຕື່ມອີກ.