ກິດຈະກໍາເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນຈັດຂຶ້ນຢູ່ປະເທດຕັງຊານີ

2022-10-31 16:44:16 CRI


    ວັນທີ 26 ຕຸລານີ້ຕາມເວລາທ້ອງຖິ່ນ, ສູນລາຍການພາສາອາຊີອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ ຮ່ວມກັບສະຖານກົງສຸນໃຫຍ່ຈີນປະຈຳຊານຊີບາປະເທດຕັງຊານີ, ພະແນກຖະແຫຼງຂ່າວຊານຊີບາ, ໄດ້ຈັດ ກິດຈະກໍາເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນຢູ່ ຊານຊີບາພາຍໃຕ້ຫົວຂໍ້ວ່າ “ຂະບວນການໃໝ່ ຮ່ວມຊາຕາກຳ”. ທ່ານຈ່າງຈື້ເຊີ່ງ ກົງສຸນໃຫຍ່ຈີນປະຈຳຊານຊີບາ, ເຈົ້າໜ້າທີ່ອົງການປົກຄອງຊານຊີບາ, ຜູ້ຮັບຜິດຊອບ ແລະສື່ມວນຊົນສຳຄັນເກືອບ 20 ແຫ່ງຂອງຕັງຊານີໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້. ແຂກຝ່າຍຈີນໄດ້ແນະນຳໝາກຜົນສຳຄັນ, ຄວາມໝາຍສຳຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນ, ກໍຄືບົດຮຽນທີ່ສຳເລັດຜົນຂອງພັກຄອມມູນິດຈີນໃນການປົກຄອງບໍລິຫານປະເທດ, ເຊິ່ງໄດ້ຮັບຄວາມເຫັນດີ ແລະ ຊົມເຊີຍໃນລະດັບສູງຈາກຜູ້ເຂົ້າຮ່ວມກອງປະຊຸມ.