ເຄິ່ງໜຶ່ງຂອງຊາວອາເມຣິກາເຫັນວ່າ: ເສດຖະກິດ ແລະອັດຕາເງິນເຟີ້ເປັນຫົວຂໍ້ທີ່ສຳຄັນອັນດັບໜຶ່ງໃນການເລືອກຕັ້ງກາງສະໄໝ

2022-10-31 14:02:58 cri

ວັນທີ 30 ຕຸລານີ້, ຕາມຜົນການຢັ່ງປະຊາມະຕິສະບັບຫຼ້າສຸດທີ່ດຳເນີນໂດຍບໍລິສັດ ABC ແລະບໍລິສັດ Ipsos ສະແດງໃຫ້ເຫັນວ່າ: ມີປະມານເຄິ່ງໜຶ່ງຂອງຊາວອາເມຣິກາເຫັນວ່າ: ເສດຖະກິດ ແລະອັດຕາເງິນເຟີ້ເປັນບັນຫາທິ່ຕົນເອງຕ້ອງພິຈາລະນາກ່ອນໝູ່ໃນເວລາປ່ອນບັດໃຫ້ແກ່ສະພາ.

ຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ: ມີ 26% ຂອງຜູ້ຮັບສຳພາດເຫັນວ່າ ເສດຖະກິດແມ່ນປັດໄຈສຳຄັນທີ່ສຸດໃນການພິຈາລະນາການປ່ອນບັດ, ສ່ວນ 23% ຂອງຜູ້ຮັບສຳພາດເຫັນວ່າ ອັດຕາເງິນເຟີ້ແມ່ນປັດໄຈສຳຄັນທີ່ສຸດໃນການພິຈາລະນາການປ່ອນບັດ. ມີເກືອບ 3/4 ຂອງຊາວພັກລິພັບບລິກັນຖືສອງບັນຫາເສດຖະກິດດັ່ງກ່າວເປັນບັນຫາບຸລິມະສິດ ແລະມີ 29% ຂອງຊາວພັກດີໂມເກລັດຖືສອງບັນຫາເສດຖະກິດດັ່ງກ່າວເປັນບັນຫາບຸລິມະສິດ. ອີງຕາມຂໍ້ມູນຂອງທົ່ວປະເທດອາເມຣິກາ, ມີ 49% ຂອງຊາວອາເມຣິກາໄດ້ຖືເສດຖະກິດ ແລະອັດຕາເງິນເຟີ້ເປັນບັນຫາທີ່ຕ້ອງໃຫ້ບຸສິມະສິດໄປຄວບຄູ່ກັນໃນເວລາພິຈາລະນາການປ່ອນບັດໃນການເລືອກຕັ້ງກາງສະໄໝ.