ທ່ານສີຈິ້ນຜິງ ສົ່ງສານອວຍພອນເຖິງກິດຈະກຳເຈົ້າສະໜາມໂລກກ່ຽວກັບວັນຕົວເມືອງໂລກປີ 2022 ແລະ ກອງປະຊຸມການພັດທະນາຕົວເມືອງແບບຍືນຍົງໃນໂລກຄັ້ງທີ 2

2022-11-01 11:01:51 cri

ວັນທີ 31 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ງສານອວຍພອນເຖິງກິດຈະກຳເຈົ້າສະໜາມໂລກກ່ຽວກັບວັນຕົວເມືອງໂລກປີ 2022 ແລະ ກອງປະຊຸມການພັດທະນາຕົວເມືອງແບບຍືນຍົງໃນໂລກຄັ້ງທີ 2.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ກິດຈະກຳເຈົ້າສະໜາມໂລກກ່ຽວກັບວັນຕົວເມືອງໂລກໄດ້ສຸມຄວາມພະຍາຍາມຊຸກຍູ້ການພັດທະນາຕົວໂລກຂອງໂລກແບບຍືນຍົງ, ມີຄວາມສຳຄັນຫຼາຍຕໍ່ການຮ່ວມກັນສ້າງໂຄງປະກອບການພັດທະນາທີ່ສ້າງຄວາມດຸ່ນດ່ຽງຢ່າງທົ່ວເຖິງ, ການປະສານງານແລະກວມລວມ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຫວັງວ່າຕົວເມືອງຂອງປະເທດຕ່າງໆຈະຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມການພັດທະນາໂລກ, ເລັ່ງລັດຈັດຕັ້ງປະຕິບັດງານວ່າດ້ວຍວາລະ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະວາລະຕົວເມືອງໃໝ່ ເພື່ອຊຸກຍູ້ການຟື້ນຟູເສດຖະກິດຢ່າງມີປະສິດທິຜົນ, ປັບປຸງຄຸນນະພາບດ້ານສິ່ງແວດລ້ອມນິເວດ, ຍົກສູງປະສິດທະຜົນດ້ານການຄຸ້ມຄອງຕົວເມືອງ, ຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງຂອງໂລກ.