ຫຼາຍປະເທດໄດ້ປະກອບຄຳເຫັນຮ່ວມໃນກອງປະຊຸມສະມັດຊາໃຫຍ່ ສປຊ ຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນ

2022-11-01 10:47:01 cri

ວັນທີ 31 ຕຸລາຜ່ານມານີ້, ປະເທດສ່ວນໜ້ອຍ ເຊັ່ນ: ອາເມຣິກາ, ການາດາ ເປັນຕົ້ນມີເຈຕະນາສວຍໃຊ້ບັນຫາສິດທິມະນຸດເພື່ອໃສ່ຮ້າຍປ້າຍສີຈີນໃນຄະນະກຳມາທິການທີ 3 ຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຫຼື ສປຊ ສະໄໝທີ 77, ປະເທດສະມາຊິກສ່ວນຫຼາຍຂອງ ສປຊ ໄດ້ປະກອບຄຳເຫັນສະໜັບສະໜູນຈີນ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງສິດທິມະນຸດ.

ໃນກອງປະຊຸມຄັ້ງນີ້, ກູບາໄດ້ຕາງໜ້າໃຫ້ 66 ປະເທດປະກອບຄຳເຫັນຮ່ວມສະໜັບສະໜູນຈີນ ໂດຍກ່າວຢ່າງຈະແຈ້ງວ່າ: ວຽກງານຊິນຈ່ຽງ, ຮົງກົງ ແລະ ຕິເບດ ແມ່ນວຽກງານພາຍໃນຂອງຈີນ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງສິດທິມະນຸດ.

ຫຼາຍປະເທດ ເຊັ່ນ: ຣັດເຊຍ ແລະ ເບໂຣລຸດຊີເປັນຕົ້ນ ຍັງໄດ້ປະກອບຄຳເຫັນໃນນາມປະເທດ, ຕັ້ງໜ້າຕີລາຄາຜົນສຳເລັດແຫ່ງການພັດທະນາພາລະກິດສິດທິມະນຸດຂອງຈີນ ໂດຍຮຽກຮ້ອງໃຫ້ປະເທດຕ່າງໆຍຶດໝັ້ນລັດທິຫຼາຍຝ່າຍ ແລະ ສາມັກຄີປະສານງານກັນ, ຊຸກຍູ້ແລະປົກປ້ອງສິດທິມະນຸດດ້ວຍການສົນທະນາແລະຮ່ວມມືກັນ.