ຜູ້ຖຶກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີຫຼາຍກວ່າ 627 ລ້ານກໍລະນີ

2022-11-02 13:46:53 cri

ອີງຕາມຂໍ້ມູນຫຼ້າສຸດທີ່ເປີດເຜີຍໂດຍອົງການອະນາໄມໂລກໃນວັນທີ 1 ພະຈິກນີ້ສະແດງໃຫ້ເຫັນວ່າ: ຜູ້ຖຶກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີ ຫຼາຍກວ່າ 627 ລ້ານກໍລະນີແລ້ວ.

ອີງຕາມຂໍ້ມູນຈາກເວັບໄຊອົງການອະນາໄມໂລກສະແດງໃຫ້ເຫັນວ່າ: ມາຮອດເວລາ 22 ໂມງ 53 ນາທີຂອງວັນທີ 1 ພະຈິກນີ້ຕາມເວລາວຽງຈັນ, ຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກໄດ້ເພີ່ມຂຶ້ນ 63404 ກໍລະນີເມື່ອທຽບໃສ່ມື້ທີ່ຜ່ານມາ ໂດຍຜູ້ຕິດເຊື້ອລວມມີເຖິງ 627.573.579 ກໍລະນີ; ຜູ້ເສຍຊີວິດເພີ່ມຂຶ້ນ 537 ຄົນ ໂດຍຜູ້ເສຍຊີວິດລວມມີເຖິງ 6.570.363 ຄົນ.