ປະທານາທິບໍດີອິນໂດເນເຊຍກ່າວວ່າ: ມີຜູ້ນຳ 17 ປະເທດໄດ້ຢືນຢັນແລ້ວວ່າຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ທີ່ຈະຈັດຂຶ້ນຢູ່ເກາະບາຫຼີ

2022-11-03 14:37:28 cri

ວັນທີ 2 ພະຈິກ 2022, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍເປີດເຜີຍຢູ່ນະຄອນຫຼວງຈາກາຕາ ອິນໂດເນເຊຍໃຫ້ຮູ້ວ່າ: ມີຜູ້ນຳ 17 ໄດ້ ຢືນຢັນແລ້ວວ່າຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 20 ປະເທດຫຼື G20 ທີ່ຈະຈັດຂຶ້ນຢູ່ເກາະບາຫຼີລະຫວ່າງວັນທີ 15 ຫາ 16 ພະຈິກນີ້.

ທ່ານໂຈໂກ ວິໂດໂດ ກ່າວຕື່ມວ່າ: ມີຜູ້ນຳຂອງ 3 ປະເທດຍັງບໍ່ໄດ້ຕົກລົງຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ຫຼືບໍ່?

ທ່ານໂຈໂກ ກ່າວຕື່ມອີກວ່າ: “ພາຍໃຕ້ຄວາມຫຍຸ້ງຍາກ” ໃນປັດຈຸບັນ, ຜູ້ນຳທີ່ຢືນຢັນຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ຖືວ່າແມ່ນຫຼາຍພຽງພໍແລ້ວ, “ນີ້ແມ່ນກຽດສັກສີຂອງອິນໂດເນເຊຍໃນຖານະເປັນປະເທດປະທານໝູນວຽນຂອງ G20”.