ທ່ານສີຈິ້ນຜິງ ພົບປະກັບປະທານາທິບໍດີຕັງຊານີ

2022-11-03 22:09:27 cri


ຕອນບ່າຍວັນທີ 3 ພະຈິກ 2022 ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງ ຊາເມຍ ຊຸລຸຮຸ ຮາຊັນ ປະທານາທິບໍດີຕັງຊານີທີ່ມາຢ້ຽມຢາມປະເທດຈີນທາງລັດຖະກິດ. ປະມຸກລັດສອງປະເທດປະກາດວ່າ: ຍົກລະດັບສາຍພົວພັນລະຫວ່າງຈີນກັບຕັງຊານີຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ປະມຸກລັດສອງປະເທດເປັນເອກກະພາບກັນເຫັນດີຮັກສາການໄປມາຫາສູ່ກັນ ແລະ ການສົນທະນາກັນລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງສອງປະເທດ, ດຳເນີນການແລກປ່ຽນ ແລະຮ່ວມມືກັນຢ່າງໃກ້ຊິດ, ເປີດກວ້າງການຄ້າລະຫວ່າງສອງປະເທດ; ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງໃຫ້ເຂົ້າສູ່ລວງເລິກ, ຊຸກຍູ້ການຮ່ວມມືດ້ານການກໍ່ສ້າງພື້ນຖານໂຄງລ່າງ; ເປີດກວ້າງການແລກປ່ຽນດ້ານວັດທະນະທຳ, ປະສານງານຢ່າງໃກ້ຊິດໃນສາກົນແລະລະຫວ່າງຫຼາຍຝ່າຍ; ເພີ່ມທະວີການແລກປ່ຽນ ແລະຮ່ວມມືກ່ຽວກັບຫົວຂໍ້ສຳຄັນຕ່າງໆ ເຊັ່ນ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ວາລະການພັດທະນາແບບຍືນຍົງເມື່ອຮອດປີ 2030 ແລະຫົວຂໍ້ອື່ນໆ, ປົກປັກຮັກສາຍຸຕິທຳ ແລະ ຄວາມເປັນທໍາໃນສາກົນ ພ້ອມດ້ວຍຜົນປະໂຫຍດຮ່ວມຂອງທັງສອງປະເທດ.