ອາເມຣິກາປັບຂຶ້ນອັດຕາດອກເບ້ຍ 75 ຈຸດ 4 ຄັ້ງຢ່າງລຽນຕິດ

2022-11-03 16:49:58 CRI

ວັນທີ 2 ພະຈິກນີ້ຕາມເວລາທ້ອງຖິ່ນ, ທະນາຄານກາງອາເມຣິກາໄດ້ປະກາດປັບຂຶ້ນອັດຕາດອກເບ້ຍ 75 ຈຸດ. ການປັບຂຶ້ນອັດຕາດອກເບ້ຍເທື່ອນີ້ ຈະເຮັດໃຫ້ອັດຕາດອກເບ້ຍເງິນກູ້ຂອງທະນາຄານກາງອາເມຣິກາເພີ່ມຂຶ້ນຢູ່ລະຫວ່າງ 3,75%-4% ເຊິ່ງເປັນຄ່າອັດຕາດອກເບ້ຍສູງສຸດຂອງອາເມຣິການັບແຕ່ເດືອນມັງກອນປີ 2008 ເປັນຕົ້ນມາ.

ທະນາຄານກາງອາເມຣິກາໄດ້ທຳການຕົກລົງດັ່ງກ່າວໃນຂະນະທີ່ສິ້ນສຸດກອງປະຊຸມນະໂຍບາຍທີ່ດຳເນີນມາເປັນເວລາສອງວັນ ຂອງຄະນະກຳມະການຕະຫຼາດເປີດກວ້າງສະຫະລັດອາເມຣິກາ, ນະໂຍບາຍຂຶ້ນອັດຕາດອກເບ້ຍດັ່ງກ່າວອາດຈະເຮັດໃຫ້ຕົ້ນທຶນເງິນກູ້ສູງຂຶ້ນ ແລ້ວສ້າງຄວາມລຳບາກຫຼາຍກວ່າເກົ່າດ້ານເສດຖະກິດໃຫ້ແກ່ວິສາຫະກິດ ແລະຄອບຄົວ ຊາວອາເມຣິການັບເປັນລ້ານ ແລະ ກໍອາດຈະສົ່ງຜົນເຮັດໃຫ້ເສດຖະກິດຖົດຖອຍ.

ເຖິງວ່າທ່ານເຈໂຣມ ໂພເວວ ຜູ້ວ່າການທະນາຄານກາງອາເມຣິກາໄດ້ເນັ້ນໜັກວ່າ: ໄພເງິນເຟີ້ທີ່ເປັນໄປຢ່າງຕໍ່ເນື່ອງ ແລະ ຝັງຮາກເລິກ ຈະສ້າງຄວາມລຳບາກດ້ານເສດຖະກິດທີ່ໃຫຍ່ຫຼວງກວ່າຈາກສະພາບທີ່ເສດຖະກິດຖົດຖອຍ, ແຕ່ທ່ານກໍຮັບຮອງວ່າ ນະໂຍບາຍເງິນຕາທີ່ຮັດກຸມ ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ເສດຖະກິດ.