ຫ້ອງທົດລອງເມິ້ງທ່ຽນຂອງສະຖານີອະວະກາດຈີນໄດ້ສຳເລັດການປ່ຽນຕຳແໜ່ງຢ່າງສະດວກ

2022-11-03 14:40:53 cri

ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງຂ່າວວ່າ: ເວລາ 9 ໂມງ 32 ນາທີຂອງວັນທີ 3 ພະຈິກ 2022 ນີ້ຕາມເວລາປັກກິ່ງ, ຫ້ອງທົດລອງເມິ້ງທ່ຽນຂອງສະຖານີອະວະກາດຈີນໄດ້ສຳເລັດການປ່ຽນຕຳແໜ່ງຢ່າງສະດວກ.

ຕອນບ່າຍມື້ນີ້, ຈຸນັກບິນອະວະກາດເສິນໂຈ່ວ-14 ຈະເຂົ້າສູ່ຫ້ອງທົດລອງເມິ້ງທ່ຽນ.

ການປ່ຽນຕຳແໜ່ງຂອງຫ້ອງທົດລອງເມິ້ງທ່ຽນສຳເລັດຜົນເປັນຂີດໝາຍສະແດງໃຫ້ເຫັນວ່າ: ຈີນໄດ້ສຳເລັດການປະກອບສະຖານີອະວະກາດຮູບໂຕ “T” ຢູ່ຕາມວົງໂຄຈອນຢ່າງສຳເລັດຜົນ ເຊິ່ງໄດ້ຢ່ວງບາດກ້າວສຳຄັນໄປສູ່ເປົ້າໝາຍສ້າງສະຖານີອະວະກາດໃຫ້ສຳເລັດ. ອີງຕາມແຜນການ, ຈີນຈະດຳເນີນການທົດລອງ ແລະ ປະເມີນສະມັດຕະພາບພື້ນຖານຂອງສະຖານີອະວະກາດຕາມຫຼັງ.