ສະຖານີລົດໄຟຂົນສົ່ງສິນຄ້າຕອນພາຍຢູ່ໃນປະເທດລາວຂອງທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ໝົດແລ້ວ

2022-11-03 14:42:36 cri

ວັນທີ 1 ພະຈິກນີ້, ສະຖານີເມືອງໄຊຂອງທາງລົດໄຟລາວ-ຈີນ ທາງພາກເໜືອປະເທດລາວໄດ້ເປີດທຸລະກິດຂົນສົ່ງສິນຄ້າ. ມາຮອດປັດຈຸບັນ, ສະຖານີຂົນສົ່ງສິນຄ້າ 7 ແຫ່ງໃນປະເທດລາວຂອງທາງລົດໄຟລາວ-ຈີນໄດ້ເປີດການນຳໃຊ້ແລ້ວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ສະຖານີລົດໄຟຂົນສົ່ງສິນຄ້າຕອນຢູ່ພາຍໃນປະເທດລາວຂອງທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ໝົດແລ້ວ.

ບໍລິສັດທາງລົດໄຟລາວ-ຈີນຈຳກັດ ທີ່ຮັບຜິດຊອບການທຸລະກິດທາງລົດໄຟລາວ-ຈີນຕອນຢູ່ພາຍໃນປະເທດລາວແຈ້ງໃຫ້ຮູ້ວ່າ: ພະນັກງານປະຕິບັດງານຂອງສະຖານີເມືອງໄຊໄດ້ເຂົ້າປະຈຳການໝົດແລ້ວ, ອຸປະກອນບັນທຸກ, ອຸປະກອນຊັ່ງນ້ຳໜັກ ແລະ ອຸປະກອນຕື່ມນ້ຳມັນກໍໄດ້ກະກຽມຮຽບຮ້ອຍແລ້ວ, ເງື່ອນໄຂເປີດທຸລະກິດຂົນສົ່ງສິນຄ້າໄດ້ກຽມພ້ອມທຸກປະການ, ສະຖານີດັ່ງກ່າວ ຕົ້ນຕໍຈະຮັບຜິດຊອບຮັບສົ່ງຕູ້ຄອນເທນເນີ.

ມາຮອດວັນທີ 31 ຕຸລາ 2022, ທາງລົດໄຟລາວ-ຈີນຕອນຢູ່ພາຍໃນປະເທດລາວໄດ້ຂົນສົ່ງສິນຄ້າ 1,7 ລ້ານໂຕນ, ສະເລ່ຍແລ້ວ, ໄດ້ເພີ່ມຂຶ້ນ 17,09% ຕໍ່ເດືອນ.