ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນເຜີຍແຜ່ປຶ້ມປົກຂາວ “ລະບົບເປີຍໂຕຂອງຈີນໃນຍຸກໃໝ່”

2022-11-04 15:15:19 CRI

ວັນທີ 4 ພະຈິກນີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ປຶ້ມປົກຂ່າວ “ລະບົບເປີຍໂຕຂອງຈີນໃນຍຸກໃໝ່” ໂດຍໄດ້ແນະນຳຜົນສຳເລັດດ້ານການພັດທະນາ ແລະ ວິໄສທັດໃນອະນາຄົດຂອງລະບົບເປີຍໂຕຂອງຈີນໃນຍຸກໃໝ່ ພ້ອມທັງໄດ້ແບ່ງປັນແນວຄວາມຄິດດ້ານການພັດທະນາ ແລະ ບົດຮຽນໃນການປະຕິບັດຕົວຈິງຂອງລະບົບເປີຍໂຕຂອງຈີນ.

ປຶ້ມປົກຂາວມີ 6 ພາກສ່ວນ ຄື: ການພັດທະນາລະບົບເປີຍໂຕໄດ້ກ້າວເຂົ້າສູ່ຍຸກໃໝ່, ລະບົບເປີຍໂຕຂອງຈີນທີ່ມີເຕັກໂນໂລຊີອັນດັບໜຶ່ງຂອງໂລກ, ຍົກລະດັບຄຸ້ມຄອງການບໍລິຫານງານຂອງລະບົບເປີຍໂຕ, ຊຸກຍູ້ໃຫ້ອຸດສາຫະກຳປະຍຸກໃຊ້ພັດທະນາແບບຍືນຍົງ, ຍົກລະດັບການບໍລິຫານແບບທັນສະໄໝ ແລະ ຊ່ວຍສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ປຶ້ມປົກຂາວລະບຸວ່າ: ລະບົບນຳທາງດາວທຽມເປີຍໂຕເປັນລະບົບນຳທາງດ້ວຍດາວທຽມທີ່ຈີນພັດທະນາດ້ວຍຕົນເອງ ແລະ ປະຕິບັດງານຢ່າງເປັນເອກະລາດ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດສັງຄົມ. ຈີນຍິນດີແບ່ງປັນຜົນສຳເລັດດ້ານການພັດທະນາລະບົບເປີຍໂຕກັບປະເທດຕ່າງໆໃນໂລກ, ຮ່ວມກັນຊຸກຍູ້ໃຫ້ພາລະກິດການນຳທາງດ້ວຍດາວທຽມຂອງໂລກພັດທະນາຢ່າງຄຶກຄັກ, ປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອສ້າງໂລກທີ່ສວຍງາມກວ່າເກົ່າ.