ສປຊ ຜ່ານການຮັບຮອງມະຕິ ເຕືອນອາເມຣິກາອີກຄັ້ງໃໝ່ໃຫ້ຍຸດຕິການປິດລ້ອມກູບາ

2022-11-04 10:46:30 CRI

ວັນທີ 3 ພະຈິກນີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານການຮັບຮອງມະຕິ ດ້ວຍຄະແນນສຽງແບບລົ້ນຫຼາມ ໂດຍເຕືອນອາເມຣິກາອີກຄັ້ງໃໝ່ໃຫ້ຍຸດຕິການປິດລ້ອມກູບາທາງເສດຖະກິດ, ການຄ້າ ແລະ ການເງິນ. ນີ້ແມ່ນສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຜ່ານການຮັບຮອງມະຕິທີ່ີຄ້າຍຄືກັນນີ້ມາ 30 ເທື່ອແລ້ວ.

ໃນວັນດັ່ງກ່າວ, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ລົງຄະແນນສຽງຕໍ່ຮ່າງມະຕິທີ່ກ່ຽວຂ້ອງທີ່ຍື່ນໂດຍປະເທດກູບາ. ໃນຈຳນວນ 193 ປະເທດສະມາຊິກອົງການສະຫະປະຊາຊາດ ມີ 189 ປະເທດເຂົ້າຮ່ວມການລົງຄະແນນສຽງ, ໃນນັ້ນມີ 185 ປະເທດເຫັນດີ, ອາເມຣິກາ ແລະ ອິສຣາແອນຄັດຄ້ານ, ອູແກຣນ ແລະ ບຣາຊິນ ງົດອອກສຽງ.

ມະຕິດັ່ງກ່າວໄດ້ເຕືອນປະເທດທັງໝົດບໍ່ຄວນສ້າງ ຫຼື ປະຕິບັດກົດໝາຍ ແລະ ກົດລະບຽບທີ່ມີຄຸນຄ່າດ້ານສິດທິພິເສດນອກອະນາເຂດ, ສົ່ງຜົນກະທົບຕໍ່ອະທິປະໄຕຂອງປະເທດອື່ນ ພ້ອມດ້ວຍຜົນປະໂຫຍດອັນຊອບດ້ວຍກົດໝາຍຂອງອົງກອນ ແລະ ບຸກຄົນ ພາຍໃນຂອບເຂດການຄອບຄອງຂອງປະເທດນັ້ນ ແລະ ສົ່ງຜົນກະທົບຕໍ່ເສລີພາບດ້ານການຄ້າ ແລະ ການຂົນສົ່ງທາງທະເລ, ຄືດັ່ງ “ກົດໝາຍ ເດີເຮນມັສ ເບີຕັນ” ຂອງອາເມຣິກາ. ມະຕິດັ່ງກ່າວໄດ້ເຕືອນປະເທດທີ່ໄດ້ສ້າງ ແລະ ພວມປະຕິບັດກົດໝາຍ ແລະ ມາດຕະ ການແບບນີ້ ຈົ່ງໃຊ້ບາດກ້າວອັນຈຳເປັນຕາມລະບຽບກົດໝາຍຂອງຕົນ ເພື່ອຍົກເລີກກົດໝາຍ ແລະ ມາດຕະການແບບນີ້ໂດຍໄວ.