ຊຸກຍູ້ຂໍ້ລິເລີ່ມຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລະສ້າງຄວາມຜາສຸກໃຫ້ກັບປະຊາຊົນບັນດາປະເທດ

2022-11-05 17:13:39 cri


  ຫວ່າງມໍ່ໆມານີ້, ສະຖານີລົດໄຟຈີນ-ລາວເມືອງໄຊທາງພາກເໜືອຂອງລາວເລີ່ມເປີດການຂົນສົ່ງ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ສະຖານີຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ທັງໝົດແລ້ວ. ຕໍ່ກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ4ພະຈິກນີ້ວ່າ: ຈີນສະແດງຄວາມຊົມເຊີຍຕໍ່ກັບເລື່ອງນີ້.ການເປີດນຳໃຊ້ສະຖານີຂົນສົ່ງສິນຄ້າທັງໝົດຈະຊ່ວຍໃຫ້ທາງລົດໄຟຈີນ-ລາວເສີມຂະຫຍາຍບົດບາດໃນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນໃຫ້ພັດທະນາໄວຂຶ້ນຕືື່ມອີກ,ຊຸກຍູ້ໃຫ້ຈີນແລະປະເທດອາຊຽນຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງແລະໄດ້ຮັບໝາກຜົນອັນອຸດົມສົມບູນກວ່າເກົ່າ.


   ທ່ານຈ້າວລີ້ຈ່ຽນກ່າວວ່າ: ທ່ານປະທານສີຈິ້ນຜິງຊີ້ອອກວ່າ: ໃນການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຂໍກຸນແຈແມ່ນການເຊື່ອມໂຍງເຊື່ອມຈອດກັນ. ພວກເຮົາປິຕິຊົມຊື່ນທີ່ໄດ້ເຫັນວ່າ: ການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນກັບປະເທດອ້ອມຂ້າງໄດ້ຮັບຜົນດີຫຼາຍຢຢ່າງໃນໄລຍະມໍ່ໆນີ້. ໃນໄລຍະທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມຢ້ຽມຢາມປະເທດຈີນ,ຈີນ-ຫວຽດນາມໄດ້ເຫັນດີເລັ່ງຊຸກຍູ້ໃຫ້ລັດຖະບານສອງປະເທດປຶກສາຫາລືແລະລົງນາມໃນແຜນແມ່ບົດວ່າດ້ວຍການຮ່ວມມືເພື່ອຊຸກຍູ້ການເຊື່ອມຕໍ່ກັນລະຫວ່າງຂໍ້ລິເລີ່ມຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ກັບຂອບ“ສອງແລວໜຶ່ງວົງ”. ພາຍໃຕ້ຂອບແລວເສດຖະກິດຈີນ-ປາກີສະຖານ,ສອງປະເທດຈະເລັ່ງຊຸກຍູ້ໂຄງການຕ່າງໆເຊັ່ນ: ປັບປຸງຍົກລະດັບທາງລົດໄຟສາຍຫຼັກເລກ1ທ່າກ່ຳປັ່ນກວາດາເປັນຕົ້ນ. ໃນກອງປະຊຸມກົນໄກການຮ່ວມມືສອງຝ່າຍຈີນ-ສິງກະໂປ,ສອງປະເທດໄດ້ປະກາດໝາກຜົນສຳຄັນໃນຂົງເຂດເຊື່ອມໂຍງເຊື່ອມຈອດກັນ,ເຫັນດີລົງເລິກການເຊື່ອມຕໍ່ກັນທາງດ້ານຍຸດທະສາດຕື່ມອີກ, ປະສານງານຊຸກຍູ້ການສ້າງສາຊ່ອງທາງໃໝ່ທາງບົກແລະທາງທະເລ.


   ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ:ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນໄດ້ສະເໜີອອກຢ່າງຈະແຈ້ງໃນການຊຸກຍູ້ການສ້າງສາເສດຖະກິດໂລກແບບເປີດກວ້າງ, ຊຸກຍູ້ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ.ຈີນຍິນດີຮ່ວມກັບບັນດາຝ່າຍຊຸກຍູ້ຂໍ້ລິເລີ່ມຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ເຊື່ອມຈອດເປັນຢ່າງດີກວ່າເກົ່າກັບຍຸດທະສາດການພັດທະນາຂອງບັນດາປະເທດແລະ ຂໍ້ລິເລີ່ມການຮ່ວມມືໃນພາກພື້ນ,ສຸມກຳລັງເຂົ້າໃນການບັນລຸການເຊື່ອມໂຍງເຊື່ອມຈອດກັນໃນຂອບເຂດກວ້າງກວ່າເກົ່າແລະສະດວກວ່ອງໄວກວ່າເກົ່າ,ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດ.