ນາຍົກຈີນຈະເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືອາຊີຕາເວັນອອກແລະຢ້ຽມຢາມກຳປູເຈຍຢ່າງເປັນທາງການ

2022-11-05 17:18:31 cri


   ວັນທີ4ພະຈິກນີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ:ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຮຸນແຊນ ນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ອາຊຽນ (10+1) ຄັ້ງທີ25, ກອງປະຊຸມຜູ້ນຳອາຊຽນ-ຈີນ-ຍິ່ປຸ່ນ-ສ.ເກົາຫຼີ(10+3)ຄັ້ງທີ25 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ(EAS)ຄັ້ງທີ17ທີ່ຈັດຂຶ້ນຢູ່ກຳປູເຈຍ,ພ້ອມທັງຈະຢ້ຽມຢາມກຳປູເຈຍຢ່າງເປັນທາງການ.


   ທ່ານຈ້າວລີ້ຈ່ຽນກ່າວວ່າ: ຈີນແລະກຳປູເຈຍແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດຕໍ່ກັນແລະເພື່ອນມິດທີ່ດີ.ໃນຊຸມປີຜ່ານມານີ້,ການພົວພັນຈີນ-ກຳປູເຈຍໄດ້ຂະຫຍາຍຕົວໃນລະດັບສູງ, ການສ້າງສາຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໄດ້ຮັບໝາກຜົນອັນອຸດົມສົມບູນ ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ. “ໃນໄລຍະຢ້ຽມຢາມເທື່ອນີ້,ທ່ານນາຍົກຫຼີເຄີ້ສຽງຈະເຂົ້າຢ້ຽມຄຳນັບກະສັດ ໂນໂຣດົມ ສິຫະໂມນີ ພ້ອມທັງຈະພົບປະເຈລະຈາກັບທ່ານນາຍົກຮຸນແຊນ. ພວກເຮົາຄອງຄອຍຖືການຢ້ຽມຢາມເທື່ອນີ້ເປັນໂອກາດທີ່ດີ,ເພື່ອຮ່ວມກັບກຳປູເຈຍເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງບໍລິຫານປະເທດ,ລົງເລິກການຮ່ວມມືໃນຂົງເຂດກະສິກຳ,ອຸດສາຫະກຳການຜະລິດ,ເສດຖະກິດສີຂຽວ,ການແລກປ່ຽນດ້ານວັດທະນະທຳ ແລະອື່ນໆ, ເກາະແຂນກັນເດີນຕາມເສັ້ນທາງຄວາມທັນສະໄໝທີ່ມີສີສັນພິເສດຂອງຕົນເອງ, ຮ່ວມກັນເສີມຂະຫຍາຍຄວາມຫຼາກຫຼາຍດ້ານເສັ້ນທາງກ້າວໄປສູ່ຄວາມທັນສະໄໝຂອງປະເທດພວມພັດທະນາແລະສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ.”