ຕົວເລກດັດຊະນີການເປີດປະຕູສູ່ພາຍນອກຂອງຈີນແຕ່ປີ 2012 ຫາປີ 2020 ໄດ້ຍົກສູງຂຶ້ນ 5,6%

2022-11-06 12:02:22 CRI


    ວັນທີ 5 ພະຈິກນີ້, ເວທີປຶກສາຫາລືເສດຖະກິດສາກົນຮົງຊຽວຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮຂອງຈີນໄດ້ປະກາດ“ບົດລາຍງານການເປີດປະຕູສູ່ພາຍນອກຂອງໂລກ 2022” ສະແດງໃຫ້ເຫັນວ່າ, ຈີນຍຶດໝັ້ນດຳເນີນການເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງເຊິ່ງໄດ້ຮັບຄວາມຄືບໜ້າ, ຕົວເລກດັດຊະນີການເປີດປະຕູສູ່ພາຍນອກຂອງຈີນໄດ້ຍົກສູງຂຶ້ນຈາກ 0,7107 ໃນປີ 2012 ເຖິງ 0,7507 ໃນປີ 2020, ຍົກສູງ 5,6%, ການລຽງລຳດັບໄດ້ຈາກທີ 47 ຂຶ້ນເປັນທີ 39, ກາຍເປັນກຳລັງສຳຄັນທີ່ຊຸກຍູ້ເສດຖະກິດໂລກະວິວັດ.


      ບົດລາຍງານຊີ້ອອກວ່າ, ສະຖານະການເປີດປະຕູສູ່ພາຍນອກຂອງໂລກໃນປັດຈຸບັນພວມປ່ຽນແປງຢູ່, ການເປີດປະຕູສູ່ພາຍນອກຂອງກຸ່ມເສດຖະກິດທີ່ໄດ້ພັດທະນາແລ້ວພວມຫຼຸດໜ້ອຍລົງ, ແຕ່ການເປີດປະຕູສ່ວນພາຍນອກຂອງກຸ່ມເສດຖະກິດທີ່ພວມພັດທະນາພວມເປີດກວ້າງກວ່າເກົ່າ, ການເປີດປະຕູສູ່ພາຍນອກຕາມກົນໄກການພັດທະນາແບບໃໝ່ພວມເປີດກວ້າງອອກຢ່າງບໍ່ຢຸດຢັ້ງ.