ກະຊວງການຕ່າງປະເທດຈີນຕອບໂຕ້ຄືນຕໍ່ຖະແຫຼງການຮ່ວມຂອງກຸ່ມG7

2022-11-07 17:52:04 CRI


ຫວ່າງກ່ອນນີ້ບໍ່ດົນ, ລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມG7ໄດ້ອອກຖະແຫຼງການຮ່ວມຢູ່ນະຄອນມຸນສເຕີMünsterປະເທດເຢຍລະມັນ, ມີເນື້ອໃນກ່ຽວພັນເຖິງວຽກງານພາຍໃນຂອງຈີນ, ລວມທັງໄຕ້ຫວັນ, ຮົງກົງ, ຊິ່ນຈ່ຽງ ແລະ ຕິເບດຂອງຈີນ. ວັນທີ 7 ພະຈິກນີ້, ທ່ານຈ້າວລີ້ຈ່ຽງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ຈີນມີຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍ ແລະ ຈະແຈ້ງໃນບັນຫາທີ່ກ່ຽວຂ້ອງກັບຮົງກົງ, ຊິ່ນຈ່ຽງ ແລະ ໄຕ້ຫວັນເປັນຕົ້ນ. ອັນທີ່ເອີ້ນວ່າ ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດກຸ່ມG7, ບໍ່ເອົາຫົວຊາຕໍ່ຫຼັກໝັ້ນທີ່ເຄັ່ງຂຶມຂອງຈີນ ແລະ ຄວາມຈິງທີ່ພາວະວິໄສ, ແຊກແຊງວຽກງານພາຍໃນຂອງຈີນຢ່າງບັງອາດ, ໃສ່ຮ້າຍປ້າຍສີຈີນດ້ວຍເຈຕະນາຮ້າຍ, ຈີນສະແດງຄວາມບໍ່ພໍໃຈຢ່າງແຮງກ້າ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້.

 

ທ່ານຈ້າວລີ້ຈ່ຽງຊີ້ອອກວ່າ, ຈີນໄດ້ສຸມໃສ່ຊຸກຍູ້ປະຊາຄົມໂລກຮ່ວມກັນຮັບມືກັບສິ່ງທ້າທາຍຂອງໂລກມາໂດຍຕະຫຼອດ, ສຸມໃສ່ຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ພວກເຮົາຮຽກຮ້ອງໃຫ້ກຸ່ມG7 ຢ່າດື້ດ້ານຍຶດໝັ້ນແນວຄິດສົງຄາມເຢັນ ແລະ ຄວາມເຫັນອະຄະຕິດ້ານຮູບຖານຈິດສຳນຶກ, ຍຸດຕິການແຊກແຊງວຽກງານພາຍໃນຂອງປະເທດອື່ນ, ຍຸດຕິການເວົ້າຄວາມຂີ້ຕົວະຊ້ຳແລ້ວຊ້ຳອີກ, ຍຸດຕິການຍຸແຫຍ່ປຸກປັ່ນຄວາມຂັດແຍ້ງໃນພາກພື້ນ ແລະ ສ້າງຄວາມເປັນປໍລະປັກກັນລະຫວ່າງຝ່າຍ, ສ້າງເງື່ອນໄຂທີ່ເອື້ອຍອຳນວຍໃຫ້ແກ່ການຮ່ວມມືຂອງທົ່ວໂລກ.