ເວທີເປິກສາຫາລືຫົງສຽວສຸມໃສ່ “ແບ່ງປັນໂອກາດການເຂົ້າສູ່ໄວຊະລາຂອງທົ່ວໂລກ”

2022-11-07 11:25:16 CRI

 

   ປີນີ້, ຫົວຂໍ້ການຮັບມືກັບບັນຫາປະຊາກອນທີ່ເຂົ້າສູ່ໄວຊະລາໄດ້ຖືກຈັດເຂົ້າໃນເວທີເປິກສາຫາລືຫົງສຽວເປັນຄັ້ງທໍາອິດ ເຊິ່ງໃນເວທີເປິກສາຫາລືຍ່ອຍພາຍໃຕ້ຫົວຂໍ້ “ແບ່ງປັນໂອກາດການເຂົ້າສູ່ໄວຊະລາຂອງທົ່ວໂລກ” ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້, ຜູ້ຊ່ຽວຊານ ແລະນັກວິຊາການຂອງຫຼາຍປະເທດໄດ້ຮ່ວມກັນເປິກສາຫາລືກ່ຽວກັບ ປະສົບການສາກົນໃນການຮັບມືກັບບັນຫາປະຊາກອນທີ່ເຂົ້າສູ່ໄວຊະລາ, ຊ່ອງທາງພັດທະນາ “ເສດຖະກິດສີເງິນ” ທີ່ມີປະສິດທິຜົນ ແລະເພີ່ມທະວີຈຸດຮ່ວມກັນໃນການຮ່ວມມືສາກົນ ເພື່ອປະກອບສ່ວນທາງດ້ານປະສົບການ ແລະສະຕິປັນຍາເຂົ້າໃນການຮັບມືກັບບັນຫາປະຊາກອນທີ່ເຂົ້າສູ່ໄວຊະລາຂອງທົ່ວໂລກຢ່າງຕັ້ງໜ້າ.


   ໃນເວທີເປິກສາຫາລືຄັ້ງນີ້ຍັງໄດ້ເຜີຍແຜ່  “ບົດລາຍງານຄົ້ນຄວ້າດັດຊະນີຄວາມສາມາດໃນການຮັບມືກັບບັນຫາປະຊາກອນທີ່ເຂົ້າສູ່ໄວຊະລາຂອງຕົວເມືອງຢ່າງຕັ້ງໜ້າຂອງຈີນ 2022” ເຊິ່ງເປັນບົດລາຍງານຄົ້ນຄວ້າບົດທໍາອິດຂອງຈີນທີ່ສຸມໃສ່ຄວາມສາມາດໃນການຮັບມືກັບບັນຫາປະຊາກອນທີ່ເຂົ້າສູ່ໄວຊະລາຂອງຕົວເມືອງ, ໂດຍໄດ້ປະເມີນຜົນໃນດ້ານມາດຕະການ ແລະນະໂຍບາຍ, ຄັງສໍາຮອງຊັບສິນ, ລະບົບການບໍລິການ, ສະພາບແວດລ້ອມສັງຄົມ ແລະຂົງເຂດ“ເສດຖະກິດສີເງິນ” ເພື່ອເປັນບົດຮຽນທີ່ສາມາດຖອດຖອນໄດ້ໃຫ້ແກ່ທ້ອງຖິ່ນໃນການປັບປຸງມາດຕະການ ແລະນະໂຍບາຍໃຫ້ມີລັກສະນະຈຸດສຸມຫຼາຍຂຶ້ນ.