ກອງປະຊຸມພາຄີ “ສົນທິສັນຍາດິນບໍລິເວນນ້ຳ” ຄັ້ງທີ 14 ໄດ້ຮັບໝາກຜົນຕາມຂັ້ນຕອນ

2022-11-07 12:05:27 cri


ວັນທີ 6 ພະຈິກນີ້, ສູນຂ່າວກອງປະຊຸມພາຄີ “ສົນທິສັນຍາດິນບໍລິເວນນ້ຳ” ຄັ້ງທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ແຈ້ງໝາກຜົນຕາມຂັ້ນຕອນ ແລະ ມາດຕະການໃໝ່ຂອງລັດຖະບານຈີນກ່ຽວກັບການອະນຸລັກດິນບໍລິເວນນ້ຳໃນໄລຍະຕໍ່ໄປ.

ກອງປະຊຸມຂັ້ນສູງລະດັບລັດຖະມົນຕີຂອງກອງປະຊຸມພາຄີ “ສົນທິສັນຍາດິນບໍລິເວນນ້ຳ” ຄັ້ງທີ 14 ໄດ້ຮັບຮອງ “ຖະແຫຼງການອູຮັ້ນ” ຢ່າງເປັນທາງການ ໂດຍຮຽກຮ້ອງໃຫ້ຝ່າຍຕ່າງໆໃຊ້ການກະທຳຕົວຈິງດ້ວຍຄວາມປາຖະໜາທີ່ແຂງແຮງ, ຊຸກຍູ້ການອະນຸລັກ, ປົວແປງ, ຄຸ້ມຄອງ ແລະ ນຳໃຊ້ດິນບໍລິເວນນ້ຳປະເພດຕ່າງໆຢ່າງເໝາະສົມແລະຍືນຍົງ.

ທ່ານຖານກ່ວງໝິງ ຮອງຫົວໜ້າອົງການປ່າໄມ້ແລະທົ່ງຫຍ້າແຫ່ງຊາດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນຕໍ່ໄປ, ຈີນຈະອີງຕາມ “ສົນທິສັນຍາດິນບໍລິເວນນ້ຳ” ແລະ “ຖະແຫຼງການອູຮັ້ນ”, ວາງແຜນການໃໝ່ແລະໃຊ້ມາດຕະການໃໝ່ ເພື່ອເສີມຂະຫຍາຍບົດບາດໃຫ້ຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການອະນຸລັກດິນບໍລິເວນນ້ຳໃນທົ່ວໂລກໃຫ້ມີການພັດທະນາດ້ວຍຄຸນນະພາບສູງ.