ກອງປະຊຸມເວທີເປິກສາຫາລືນັກວິທະຍາສາດສຸດຍອດຂອງໂລກຄັ້ງທີ 5 ໄດ້ຮັບໝາກຜົນທີ່ອຸດົມສົມບູນ

2022-11-08 12:00:19 cri


   ກອງປະຊຸມເວທີເປິກສາຫາລືນັກວິທະຍາສາດສຸດຍອດຂອງໂລກຄັ້ງທີ 5 ທີ່ສະມາຄົມນັກວິທະຍາສາດສຸດຍອດຂອງໂລກ, ສະມາຄົມວິທະຍາສາດເຕັກໂນໂລຊີຈີນ ແລະ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບຮ່ວມ ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້ໃນວັນທີ 6 ພະຈິກນີ້.


   ໃນໄລຍະຈັດກອງປະຊຸມເວທີເປິກສາຫາລືນັກວິທະຍາສາດສຸດຍອດຂອງໂລກຄັ້ງນີ້, ການມອບໃບຍ້ອງຍໍຂອງສະມາຄົມນັກວິທະຍາສາດສຸດຍອດຂອງໂລກ, ການສ້າງຕັ້ງສະຫະພັນນັກວິທະຍາສາດສຸດຍອດຂອງ 3 ສະມາຄົມໃຫຍ່, ການເປີດນຳໃຊ້ສະຖານທີ່ຕັ້ງຖາວອນຂອງກອງປະຊຸມ, ເຂດຊຸມຊົນວິທະຍາສາດສາກົນກໍ່ເລັ່ງລັດກໍ່ສ້າງ, ແຜນວາດສວຍງາມທີ່ວາງໄວ້ໃນຕອນຕົ້ນແຫ່ງການສ້າງເວທີເປິກສາຫາລືພວມປາກົດຜົນເປັນຈິງເທື່ອລະກ້າວ.


   ນັກວິຊາການທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ເຫັນວ່າ: ຮູບແບບການຄົ້ນຄວ້າວິທະຍາສາດໃນປັດຈຸບັນພວມເກີດການປ່ຽນແປງຢ່າງເລິກເຊິ່ງ, ການປະສານງານ ແລະ ຮ່ວມມືກັນກາຍເປັນທ່ວງທ່າທີ່ບໍ່ສາມາດສະກັດກັ້ນໄດ້. ເວທີເປິກສາຫາລືໄດ້ສະໜອງໂອກາດທີ່ຫາຍາກເພື່ອຊ່ວຍນັກວິທະຍາສາດທົ່ວໂລກເລັ່ງລັດການປະດິດສ້າງແບບເຊື່ອມສານຂອງວິທະຍາສາດພື້ນຖານ.