10 ເດືອນຂອງປີນີ້, ການນໍາເຂົ້າ-ສົ່ງອອກຂອງຈີນເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

2022-11-08 11:33:42 CRI

 

   ໃນຂະນະທີ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ພວມຈັດຂຶ້ນຢ່າງຄຶກຄື້ນຢູ່ນະຄອນ ຊຽງໄຮ, ໃນວັນທີ 7 ພະຈິກນີ້, ອົງການພາສີຈີນໄດ້ເຜີຍແຜ່ຂໍ້ມູນການຄ້າຕ່າງປະເທດຂອງຈີນທີ່ໄດ້ສືບຕໍ່ຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງ.


   ອີງຕາມຂໍ້ມູນສະຖິຕິຂອງອົງການພາສີຈີນໃຫ້ຮູ້ວ່າ, ໄລຍະ 10 ເດືອນຂອງປີນີ້, ຍອດມູນຄ່າການນໍາເຂົ້າ-ສົ່ງອອກຂອງຈີນບັນລຸເຖິງ 34.620 ຕື້ຢວນ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ການສົ່ງອອກບັນລຸເຖິງ 19.710 ຕື້ຢວນ, ການນໍາເຂົ້າບັນລຸເຖິງ 14.910 ຕື້ຢວນ, ຕ່າງໄດ້ເພີ່ມຂຶ້ນ 13% ແລະ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.


   ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນ ເຊິ່ງໄດ້ກວມເອົາ 15,2% ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນ.



   ທ່ານ ຫຼີຂຸຍເຫວີນ ຫົວໜ້າກົມສະຖິຕິ ແລະການວິເຄາະຂອງອົງການພາສີຈີນ ແຈ້ງໃຫ້ຮູ້ວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ໂດຍປະເຊີນກັບສະພາບແວດລ້ອມການຄ້າຕ່າງປະເທດທີ່ສັບສົນ ແລະໜັກໜ່ວງ, ຈີນໄດ້ປະສານສົມທົບການຄວບຄຸມການລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິພາບສູງ, ນະໂຍບາຍຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດຢ່າງເປັນລະບົບ ກໍຄືມາດຕະການປິ່ນອ້ອມທີ່ກ່ຽວຂ້ອງໄດ້ເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ. ສົ່ງຜົນເຮັດໃຫ້ການຄ້າຕ່າງປະເທດຂອງຈີນສາມາດຕ້ານກັບຜົນກະທົບຈາກບັນດາປັດໄຈພາຍນອກໄດ້, ແລະຮັກສາການເຕີບໂຕຢ່າງໝັ້ນທ່ຽງ. ໄລຍະ 10 ເດືອນຂອງປີນີ້, ການນໍາເຂົ້າ-ສົ່ງອອກຂອງຈີນໄດ້ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ພ້ອມນີ້, ຍັງໄດ້ຍົກລະດັບດ້ານຂະໜາດ, ຄຸນນະພາບ ແລະຜົນປະໂຫຍດຢ່າງພ້ອມພຽງກັນຕື່ມອີກ.