ອິນເດຍກ່າວວ່າ: ຈະສືບຕໍ່ຈັດຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ

2022-11-09 15:21:41 cri


ວັນທີ 8 ພະຈິກນີ້, ທ່ານເຊີເກ ລາຟໂລບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍແລະທ່ານຈາຍຊານກາ ລັດຖະມົນຕີກະຊວງການຕ່າງປະເທດອິນເດຍທີ່ໄປຢ້ຽມຢາມ ໄດ້ພົບປະເຈລະຈາກັນຢູ່ນະຄອນຫຼວງມົສໂກຂອງຣັດເຊຍ, ນີ້ແມ່ນຄັ້ງທຳອິດທີ່ເຈົ້າໜ້າທີ່ອິນເດຍລະດັບສູງຢ້ຽມຢາມຣັດເຊຍ ນັບແຕ່ຣັບເຊຍແລະອູແກຣນເກີດການປະທະກັນເປັນຕົ້ນມາ. ທ່ານຈາຍຊານກາກ່າວໃນກອງປະຊຸມຖະແຫຼງຂ່າວຫຼັງການພົບປະເຈລະຈາວ່າ: ອິນເດຍຈະສືບຕໍ່ຈັດຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ.

ທ່ານຈາຍຊານກາກ່າວຕື່ມວ່າ: ໃນດ້ານການຮັບປະກັນໃຫ້ອິນເດຍມີເງື່ອນໄຂທີ່ດີທີ່ສຸດເພື່ອເຂົ້າສູ່ຕະຫຼາດນ້ຳມັນເຊື້ອໄຟແລະແກັສທຳມະຊາດສາກົນ, ການພົວພັນລະຫວ່າງຣັດເຊຍ-ອິນເດຍ ມີຜົນດີຕໍ່ອິນເດຍ, ອິນເດຍຫວັງວ່າຈະສືບຕໍ່ຮັກສາການພົວພັນແບບນີ້ໃນອະນາຄົດ. ອິນເດຍຈະສືບຕໍ່ຈັດຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ. ນອກນີ້, ສອງປະເທດຍັງຈະຂະຫຍາຍການພົວພັນດ້ານການຄ້າຕື່ມອີກ.

ທ່ານເຊີເກ ລາຟໂລບ ກ່າວວ່າ: ນັບມາຮອດເດືອນກັນຍາຜ່ານມາ, ປີນີ້, ມູນຄ່າການຄ້າລະຫວ່າງຣັດເຊຍ-ອິນເດຍມີເຖິງ 17 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍເຖິງ 130%.