ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມສຸດຍອດອູເຈີ້ນຂອງກອງປະຊຸມອິນເຕີເນັດໂລກ ປີ 2022

2022-11-09 15:50:27 CRI


 


ວັນທີ 9 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານ ຊົມເຊີຍເຖິງກອງປະຊຸມສຸດຍອດອູເຈີ້ນຂອງກອງປະຊຸມອິນເຕີເນັດໂລກ ປີ 2022.

 

ສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ໃນຍຸກປັດຈຸບັນ, ເຕັກໂນໂລຊີດີຈີຕອນເປັນກຳລັງນຳໜ້າທີ່ຊຸກຍູ້ການປະຕິວັດເຕັກນິກວິທະຍາສາດ ແລະ ການປະຕິຮູບດ້ານອຸດສາຫະກຳຂອງໂລກ, ນັບມື້ນັບເຊື່ອມໂຍງເຂົ້າໃນທົ່ວຂະບວນການ ແລະ ທຸກຂົງເຂດຂອງການພັດທະນາເສດຖະກິດສັງຄົມ, ໄດ້ປ່ຽນແປງຮູບການການຜະລິດ, ການດຳລົງຊີວິດ ແລະ ການຄຸ້ມຄອງສັງຄົມຢ່າງເລິກເຊິ່ງ. ເມື່ອປະເຊີນໜ້າກັບໂອກາດ ແລະ ສິ່ງທ້າທາຍຈາກການຫັນເປັນແບບດີຈີຕອນ, ປະຊາຄົມໂລກຄວນເພີ່ມທະວີການສົນທະນາ ແລະ ການແລກປ່ຽນກັນ, ລົງເລິກການຮ່ວມມືຕົວຈິງ, ຮ່ວມມືກັນສ້າງພື້ນທີ່ທາງອິນເຕີເນັດທີ່ຍຸຕິທຳ ສົມເຫດສົມຜົນ, ເປີດກວ້າງ ກວມລວມ, ປອດໄພ ໝັ້ນທ່ຽງ ແລະ ມີຊີວິດຊີວາ.

 

    ໃນສານຊົມເຊີຍຂອງທ່ານສີຈິ້ນຜິງຍັງລະບຸຕື່ມວ່າ, ຈີນຍິນດີຮ່ວມກັບບັນດາປະເທດໃນໂລກ, ບຸກເບີກເສັ້ນທາງພັດທະນາດີຈີຕອນຂອງໂລກໃນການຮ່ວມກັນສ້າງສາ ຮ່ວມກັນຊົມໃຊ້ຊັບພະຍາກອນດີຈີຕອນ, ເສດຖະກິດດີຈີຕອນເຕັມໄປດ້ວຍພະລັງຊີວິດຊີວາ, ການຄຸ້ມຄອງດ້ວຍເຕັກໂນໂລຊີດີຈີຕອນຢ່າງຖືກຕ້ອງກັບເປົ້າໝາຍ ແລະ ມີປະສິດທິພາບສູງ, ວັດທະນະທຳດີຈີຕອນພັດທະນາຢ່າງຈະເລີນຮຸ່ງເຮືອງ, ຄວາມປອດໄພດ້ານດີຈີຕອນມີການຮັບປະກັນຢ່າງເຂັ້ມແຂງ, ການຮ່ວມມືດ້ານດີຈີຕອນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເລັ່ງລັດສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ, ປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງເຂົ້າໃນສັນຕິພາບ ການພັດທະນາຂອງໂລກ ແລະ ຄວາມກ້າວໜ້າແຫ່ງອະລິຍະທຳມະນຸດ.