ເຜີຍແຜ່ປື້ມປົກຟ້າຂອງກອງປະຊຸມອິນເຕີເນັດໂລກປີ 2022

2022-11-10 13:34:12 cri


ຕອນບ່າຍວັນທີ 9 ພະຈິກນີ້, ໃນກອງປະຊຸມສຸດຍອດອິນເຕີເນັດໂລກປີ 2022 ທີ່ຈັດຂຶ້ນຢູ່ເມືອງອູເຈີ້ນຈີນ, ສະຖາບັນຄົ້ນຄວ້າອິນເຕີເນັດຂອງຈີນໄດ້ເຜີຍແຜ່ປື້ມປົກຟ້າກ່ຽວກັບ “ບົດລາຍງານການພັດທະນາອິນເຕີເນັດຈີນ 2022” ແລະ “ບົດລາຍງານການພັດທະນາອິນເຕີເນັດໂລກ 2022”.

“ບົດລາຍງານການພັດທະນາອິນເຕີເນັດຈີນ 2022” ໄດ້ສະແດງໃຫ້ເຫັນຄວາມຄືບໜ້າໃໝ່ຂອງການພັດທະນາອິນເຕີເນັດຂອງຈີນໃນ 1 ປີຜ່ານມາ, ຕົ້ນຕໍລວມມີການສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານ, ເສດຖະກິດດີຈີຕອນ, ການບໍລິການສາທາລະນະດີຈີຕອນ, ການສ້າງຄວາມສີວິໄລທາງອິນເຕີເນັດ, ລະບົບປ້ອງກັນຄວາມປອດໄພດ້ານຂໍ້ມູນສະຖິຕິ, ການສ້າງສາດ້ານການປົກຄອງດ້ວຍກົດໝາຍທາງອິນເຕີເນັດ, ການແລກປ່ຽນແລະການຮ່ວມມືດ້ານອິນເຕີເນັດໃນສາກົນ ແລະອື່ນໆ. 

“ບົດລາຍງານການພັດທະນາອິນເຕີເນັດໂລກ 2022” ໄດ້ເບິ່ງຈາກທຸກມຸມໂລກ, ສະຫຼຸບສະພາບການພັດທະນາຂອງອິນເຕີເນັດໂລກ ໂດຍໄດ້ສ່ອງແສງໃຫ້ເຫັນຢ່າງພາວະວິໄສເຖິງມາດຕະການໃໝ່, ຄວາມຄືບໜ້າໃໝ່ ແລະຜົນສຳເລັດໃໝ່ຂອງປະເທດຕ່າງໆໃນການຕັ້ງໜ້າຊອກຄົ້ນ, ຊຸກຍູ້ການພັດທະນາແລະຮັບມືກັບສິ່ງທ້າທາຍ ພາຍໃຕ້ສະພາບແວດລ້ອມສາກົນທີ່ສັບສົນ.