“ການກໍ່ສ້າງຂອງຈີນ” ຈະສືບຕໍ່ຊ່ວຍເຫຼືອການພັດທະນາຂອງປະເທດຕ່າງໆ

2022-11-10 13:40:15 cri


ວັນທີ 9 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: “ການກໍ່ສ້າງຂອງຈີນ” ຈະສືບຕໍ່ຊ່ວຍເຫຼືອການພັດທະນາຂອງປະເທດຕ່າງໆ ແລະສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ກັບປະຊາຊົນປະເທດຕ່າງໆ.

ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 7 ພະຈິກນີ້, ການຂົນສົ່ງສິນຄ້າດ້ວຍເສັ້ນທາງລົດໄຟຈີນ-ລາວມີຫຼາຍກວ່າ 10 ລ້ານໂຕນ. ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນເອກະລັກພິເສດອີກຢ່າງໜຶ່ງຂອງ “ການກໍ່ສ້າງຂອງຈີນ”. ທ່ານຈ້າວລີ້ຈ່ຽນໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມຂອງນັກຂ່າວ.

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: ຈາກເສັ້ນທາງລົດໄຟຈີນ-ລາວ ຮອດ ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ມີຜົນງານ“ການສ້າງສາຂອງຈີນ” ນັບມື້ນັບຫຼາຍຂຶ້ນພວມດຶງດູດສາຍຕາຂອງໂລກ. ສິ່ງກໍ່ສ້າງພື້ນຖານໂຄງລ່າງທີ່ຈີນເຂົ້າຮ່ວມການສ້າງສາ ເຊັ່ນເສັ້ນທາງດ່ວນ, ເສັ້ນທາງລົດໄຟຄວາມໄວສູງ, ທ່າກຳປັ່ນ, ຂົວ, ໂຮງໄຟຟ້າ, ສະໜາມກິລາ ແລະອື່ນໆ ມີຢູ່ທົ່ວທຸກບ່ອນຂອງໂລກ. “ການກໍ່ສ້າງຂອງຈີນ” ສະແຫວງຫາມາດຕະຖານສູງ, ມີຜົນປະໂຫຍດຕໍ່ປະຊາຊົນ ແລະຍືນຍົງ ເຊິ່ງໄດ້ຊ່ວຍເຫຼືອໃຫ້ເສດຖະກິດທ້ອງຖິ່ນມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງວ່ອງໄວ ແລະໄດ້ຮັບຄວາມຍ້ອງຍໍຈາກປະຊາຊົນທ້ອງຖິ່ນ. ໂຄງການລົງທຶນຕໍ່ຕ່າງປະເທດ ແລະການຮັບເໝົາໂຄງການຂອງຈີນໄດ້ມີຢູ່ 190 ກວ່າປະເທດແລະເຂດແຄ້ວນ, “ການກໍ່ສ້າງຂອງຈີນ” ນັບມື້ນັບກາຍເປັນທາງເລືອກທີ່ເຊື່ອໝັ້ນໄດ້ຂອງຄູ່ຮ່ວມມືກັບຈີນ.