ງານສຳມະນາພາຍໃຕ້ຫົວຂໍ້ “ຈີນໃນຂະບວນການອອກເດີນທາງຄັ້ງໃໝ່ກັບໂລກ” ທີ່ຈັດໂດຍວິທະຍຸໂທລະພາບສູນກາງຈີນໄດ້ຈັດຂຶ້ນຢູ່ຫຼາຍປະເທດໃນເອີຣົບ ແລະ ອາເມຣິກາລາຕິນ

2022-11-11 10:20:12 CRI

ໃນຫຼາຍມື້ມໍ່ໆມານີ້, ວິທະຍຸໂທລະພາບສູນກາງຈີນໄດ້ຈັດງານສຳມະນາພາຍໃຕ້ຫົວຂໍ້ “ຈີນໃນຂະບວນການອອກເດີນທາງຄັ້ງໃໝ່ກັບໂລກ”ຢູ່ຫຼາຍປະເທດຂອງອເອີຣົບ ແລະ ອາເມຣິກາລາຕິນ, ເຊັ່ນ: ໂປໂລຍ, ອານບານີ, ຣູມານີ, ກຣົວຊີ, ປອກຕຸຍການ,ບຣາຊິນ ແລະ ອື່ນໆ. ບຸກຄົນສຳຄັນທາງການເມືອງ ແລະຊ່ຽວຊານຫຼາຍປະເທດໄດ້ເຂົ້າຮ່ວມ. ຜູ້ຮ່ວມງານໄດ້ລົງເລິກຄົ້ນຄວ້າ ແລະ ເປິກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ການພັດທະນາຂອງຈີນນຳເອົາໂອກາດມາໃຫ້ກັບໂລກ, ຄວາມທັນສະໄໝແບບຈີນ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ເອີຣົບ, ຈີນ-ອາເມຣິກາລາຕິນ ແລະອື່ນໆ.