ອາເມຣິກາຄວນໄປໃນທິດທາງດຽວກັນກັບຈີນ ເພື່ອຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາກັບຄືນສູ່ຊ່ອງທາງການພັດທະນາທີ່ຖືກຕ້ອງ, ປອດໄສແລະໝັ້ນທ່ຽງ

2022-11-11 17:07:39 cri

ວັນທີ 10 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ອາເມຣິກາຄວນໄປໃນທິດທາງດຽວກັນກັບຈີນ, ຄວບຄຸມຄວາມຂັດແຍ້ງຢ່າງເໝາະສົມ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫຼີກລ່ຽງການເຂົ້າໃຈຜິດແລະວິນິໄສອັນຜິດພາດ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາກັບຄືນສູ່ຊ່ອງທາງການພັດທະນາທີ່ຖືກຕ້ອງ, ປອດໄສແລະໝັ້ນທ່ຽງ.

ໃນກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມວ່າ: ໃນມໍ່ໆມານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວວ່າ: ຈະພົບປະກັບທ່ານສີຈິ້ນຜິງ ປະທານປະເທດຈີນໃນກອງປະຊຸມສຸດຍອດກຸ່ມ G20 ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍ ເຊິ່ງອາດຈະເປິກສາຫາລືເສັ້ນແດງຕ່າງໆ ລວມທັງບັນຫາໄຕ້ຫວັນ. ທ່ານຈ້າວລີ້ຈ່ຽວຕອບວ່າ: ປະມຸກລັດຈີນແລະອາເມຣິກາໄດ້ຮັກສາການພົວພັນເລື້ອຍໆດ້ວຍຫຼາຍຮູບແບບ, ຈີນເອົາໃຈໃສ່ຕໍ່ຂໍ້ສະເໜີຂອງອາເມຣິກາທີ່ປະມຸກລັດສອງປະເທດຈະພົບປະເຈລະຈາກັນຢູ່ເກາະບາຫຼີປະເທດອິນໂດເນເຊຍ, ປັດຈຸບັນ ສອງຝ່າຍພວມຮັກສາການແລກປ່ຽນຄວາມເຫັນກ່ຽວກັບເລື່ອງນີ້.

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: ພວກເຮົາພະຍາຍາຮ່ວມກັບອາເມຣິກາ ເພື່ອບັນລຸການເຄົາລົບເຊິ່ງກັນແລະກັນ,ຢູ່ຮ່ວມກັນໂດຍສັນຕິ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ພ້ອມທັງຍຶດໝັ້ນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດແຫ່ງການພັດທະນາ.