ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມເພື່ອຄົ້ນຄວ້າແລະວາງແຜນປັບປຸງວຽກງານປ້ອງກັນແລະຄວບຄຸມພະຍາດໂຄວິດ-19

2022-11-11 10:49:12 CRI

   ວັນທີ 10 ພະຈິກນີ້, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ໄດ້ຈັດກອງປະຊຸມ ເພື່ອຮັບຟັງບົດລາຍງານກ່ຽວກັບວຽກງານປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຄົ້ນຄວ້າ ແລະວາງແຜນປັບປຸງວຽກງານປ້ອງກັນ ແລະຄວບຄຸມພະຍາດໃຫ້ດີຂຶ້ນຕື່ມອີກ.


   ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ເຊື້ອພະຍາດໂຄວິດ-19 ໄດ້ສືບຕໍ່ກາຍພັນຢ່າງຕໍ່ເນື່ອງ, ພະຍາດດັ່ງກ່າວຍັງໄດ້ແພ່ລະບາດຢູ່ທົ່ວໂລກ ແລະຢູ່ພາຍໃນປະເທດໄດ້ມີການແພ່ລະບາດຮອບໃໝ່ເລື້ອຍໆ. ຈີນເປັນປະເທດທີ່ມີປະຊາກອນຫຼາຍ, ກຸ່ມຄົນທີ່ອ່ອນໄຫວກໍຫຼາຍ, ການພັດທະນາຂອງທ້ອງຖິ່ນບໍ່ດຸນດ່ຽງ, ຊັບພະຍາກອນໃນການປິ່ນປົວພະຍາດຍັງບໍ່ພຽງພໍ ເຮັດໃຫ້ການແພ່ລະບາດຂອງພະຍາດດັ່ງກ່າວຢູ່ບາງທ້ອງຖິ່ນຍັງມີຂະໜາດໃນລະດັບໃດໜຶ່ງ. ໂດຍໄດ້ຮັບຜົນກະທົບຈາກປັດໄຈທີ່ເຊື້ອພະຍາດກາຍພັນ ພ້ອມດ້ວຍດິນຟ້າອາກາດຂອງລະດູໃບໄມ້ປົ່ງແລະລະດູໜາວ, ເຮັດໃຫ້ພະຍາດດັ່ງກ່າວອາດຈະແພ່ລະບາດຢູ່ໃນຂອບເຂດທີ່ກວ້າງແລະຂະຫຍາຍຕົວຂຶ້ນຕື່ມອີກ, ສະນັ້ນວຽກງານປ້ອງກັນ ແລະຄວບຄຸມພະຍາດຍັງສືບຕໍ່ມີສະຖານະການທີ່ໜັກໜ່ວງຢູ່ ເຊິ່ງຕ້ອງຍຶດໝັ້ນຄວາມໜັກແໜ້ນດ້ານຍຸດທະສາດ, ປະຕິບັດວຽກງານຕ່າງໆໃນການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໃຫ້ຖືກເປົ້າໝາຍ ແລະຕາມຫຼັກວິທະຍາສາດໃຫ້ດີ.


   ກອງປະຊຸມໄດ້ເນັ້ນໜັກວ່າ: ຕ້ອງຍຶດໝັ້ນຖືປະຊາຊົນສໍາຄັນກວ່າໝູ່ແລະຖືຊີວິດສໍາຄັນກວ່າໝູ່ຢ່າງເດັດດ່ຽວໜຽວແໜ້ນ, ຕ້ອງຈັດຕັ້ງປະຕິບັດຕາມທິດທາງລວມແຫ່ງການ “ຄວບຄຸມພະຍາດໃຫ້ເປັນສູນ” ຢ່າງເດັດດ່ຽວໜຽວແໜ້ນ, ຕອບສະໜອງຄວາມຕ້ອງການແຫ່ງການປ້ອງກັນການແພ່ລະບາດຂອງພະຍາດໃຫ້ດີ, ພັດທະນາເສດຖະກິດໃຫ້ໝັ້ນທ່ຽງ ແລະຮັກສາຄວາມໝັ້ນຄົງຂອງການພັດທະນາ, ປະສານສົມທົບການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດກັບການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິພາບສູງ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດແລະສຸຂະພາບຂອງປະຊາຊົນໃນລະດັບຫຼາຍເທົ່າທີ່ຈະຫຼາຍໄດ້, ພ້ອມທັງຫຼຸດຜ່ອນຜົນກະທົບຈາກການແພ່ລະບາດຂອງພະຍາດທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.