ຈີນຍິນດີຖອດຖອນເອົາໝາກຜົນທີ່ດີເລີດທັງໝົດຂອງອະລິຍະທຳມະນຸດ

2022-11-11 11:59:39 cri


   ຕອນເຊົ້າວັນທີ 10 ພະຈິກນີ້, ຢູ່ແຂວງຊຽມລຽບປະເທດກຳປູເຈຍ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຊົມງານວາງສະແດງໝາກຜົນແຫ່ງການແລກປ່ຽນ ແລະຮ່ວມມືດ້ານມໍລະດົກວັດທະນະທຳຈີນ-ກຳປູເຈຍໃນໄລຍະ 30 ປີຜ່ານມານີ້, ພ້ອມທັງໄດ້ເຂົ້າຮ່ວມພິທີມອບຮັບໂຄງການປະຕິສັງຂອນວັດທ່າແກ້ວ(Takeo)ຢູ່ຮ່ອງຮອຍບູຮານອັງກໍວັດຂອງກຳປູເຈຍ.


   ໃນເວລາກ່າວຄຳປາໄສໃນພິທີມອບຮັບໂຄງການປະຕິສັງຂອນດັ່ງກ່າວ, ທ່ານຫຼີເຄີ້ສຽງກ່າວວ່າ: ປະຊາຊົນສອງຊາດຈີນ-ກຳປູເຈຍມີຄວາມເຂົ້າໃຈ ແລະ ຮັບຮູ້ວັດທະນະທຳຂອງກັນແລະກັນ, ນີ້ແມ່ນພື້ນຖານອັນໝັ້ນແກ່ນແຫ່ງມິດຕະພາບຂອງສອງຝ່າຍ. ການແລກປ່ຽນກັນລະຫວ່າງປະຊາຊົນປະເທດຕ່າງໆ ເປັນການພົບກັນຂອງວັດທະນະທຳທີ່ແຕກຕ່າງກັນ, ທັງແມ່ນການປະສານໃຈລະຫວ່າງຄົນກັບຄົນ, ທັງມີບົດບາດສຳຄັນຕໍ່ການປົກປັກຮັກສາຕ່ອງໂສ້ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງສາກົນພາຍໃຕ້ສະພາບການໃນປັດຈຸບັນ.


   ທ່ານຫຼີເຄີ້ສຽງໄດ້ຊີ້ໃຫ້ເຫັນວ່າ: ຈີນຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດທີ່ ເປີດປະຕູສູ່ພາຍນອກ, ຍິນດີຖອດຖອນເອົາໝາກຜົນທີ່ດີເລີດທັງໝົດຂອງອະລິຍະທຳມະນຸດ, ດຳເນີນການຮ່ວມມືຕົວຈິງກັບປະເທດຕ່າງໆໃນຂົງເຂດຕ່າງໆ, ຊຸກຍູ້ການປະສານໃຈລະຫວ່າງປະຊາຊົນ, ເພື່ອປະກອບສ່ວນເຂົ້າໃນສັນຕິພາບ ສະຖຽນລະພາບພ້ອມດ້ວຍການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ຂອງໂລກ.