ຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກຄັດຄ້ານການຂົ່ມຂູ່ດ້ານເສດຖະກິດແລະການຂົ່ມເຫັງດ້ານວິທະຍາສາດເຕັກນິກ

2022-11-11 10:41:15 cri



ວັນທີ 10 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວປະຈຳ, ມີນັກຂ່າວໄດ້ຖາມບັນຫາກ່ຽວ ກັບກໍລະນີທີ່ວິສາຫະກິດຜະລິດເຊມີຄອນດັກເຕີຂະໜາດໃຫຍ່ຫຼາຍແຫ່ງຂອງອາເມຣິກາ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5.

 ທ່ານຈ້າວລີ້ຈ່ຽນໄດ້ຕອບຄຳຖາມຂອງນັກຂ່າວໂດຍເນັ້ນໜັກວ່າ: ການກຳ ເນີດແລະຂະຫຍາຍຕົວຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງ ແຜ່ນຊິບທົ່ວໂລກເປັນຜົນກຳເນີດມາຈາກການເສີມຂະຫຍາຍບົດບາດຮ່ວມກັນຂອງກົດເກນຕະຫຼາດແລະການເລືອກເຟັ້ນຂອງວິສາຫະກິດ. ບາງປະເທດໄດ້ນຳໃຊ້ ກຳລັງແຫ່ງຊາດຢ່າງຊະຊາຍອີກແລ້ວອີກຕື່ມ, ຫັນບັນຫາດ້ານວິທະຍາສາດ ເຕັກນິກ ແລະເສດຖະກິດການຄ້າໃຫ້ເປັນບັນຫາການເມືອງ, ເປັນເຄື່ອງມື ແລະ ເປັນອາວຸດ, ໂດຍໄດ້ປະຕິບັດມາດຕະການປິດລ້ອມ, ສະກັດກັ້ນແລະກົດດັນປະ ເທດຈີນດ້ວຍເຈດຕະນາຮ້າຍ, ປະຕິບັດການຕັດສາຍພົວພັນ ແລະຕ່ອງໂສ້ແບບບັງຄັບ. ການກະທຳ ແບບນີ້ບໍ່ພຽງແຕ່ໄດ້ທຳລາຍກົດລະບຽບການຄ້າສາກົນຢ່າງໜັກໜ່ວງເທົ່ານັ້ນ,  ຍັງໄດ້ຕັດແຍກຕະຫຼາດທົ່ວໂລກ, ທຳລາຍຄວາມໝັ້ນຄົງແລະສະຖຽນລະພາບ ຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກ. ການກະທຳແບບຂົ່ມຂູ່ທີ່ເຫັນແກ່ຜົນປະໂຫຍດຕົນເອງແບນນີ້ ໃນຄວາມເປັນຈິງແລ້ວ ແມ່ນໄດ້ຜູກມັດ ຄວາມຜາສຸກຂອງມວນມະນຸດໄວ້ຢູ່ເທິງລົດສູ້ຮົບຕໍ່ຕ້ານຈີນຂອງບາງປະເທດ, ເຊິ່ງເປັນທີ່ບໍ່ເພິ່ງປາຖະໜາຂອງຊາວໂລກ, ໃນທີ່ສຸດຈະນຳເອົາຜົນຮ້າຍມາໃຫ້ຕົນເອງເທົ່ານັ້ນ.