ຣັດເຊຍມີແຜນການຈະປະກາດມາດຕະການສະໜອງສະບຽງອາຫານແລະພະລັງງານຕໍ່ພາຍນອກໃນກອງປະຊຸມກຸ່ມ G20

2022-11-11 17:06:39 cri

ວັນທີ 10 ພະຈິກນີ້, ກະຊວງການຕ່າງປະເທດຣັດເຊຍໄດ້ແຈ້ງໃຫ້ຮູ້ວ່າ: ຣັດເຊຍມີແຜນການຈະປະກາດມາດຕະການສະໜອງສະບຽງອາຫານແລະພະລັງງານຕໍ່ພາຍນອກໃນກອງປະຊຸມກຸ່ມ G20 ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍແລະເພີ່ມທະວີເຈດຈຳນົງດ້ານການຮ່ວມມືກັບດູຣາເຄຍໃນຂົງເຂດແກັສທຳມະຊາດ.

ກະຊວງການຕ່າງປະເທດຣັດເຊຍແຈ້ງໃຫ້ຮູ້ຕື່ມວ່າ: ທ່ານເຊີເກ ລາຟໂລບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຈະເຂົ້າຮ່ວມກອງປະຊຸມຄົບຄະນະ ແລະເຂົ້າຮ່ວມການພົບປະເຈລະຈາສອງຝ່າຍຫຼາຍຄັ້ງໃນໄລຍະຈັດກອງປະຊຸມກຸ່ມ G20.