ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ບັນລຸຜົນສຳເລັດຕາມທີ່ຄາດໝາຍໄວ້, ດີເລີດແລະໄດ້ບັງເກີດຜົນອຸດົມສົມບູນ

2022-11-12 14:12:25 cri


ວັນທີ 10 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ອັດລົງ, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 12 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ໄດ້ບັນລຸຜົນສຳເລັດຕາມທີ່ຄາດໝາຍໄວ້, ດີເລີດແລະໄດ້ບັງເກີດຜົນອຸດົມສົມບູນ.



ທ່ານຈ້າວລີ້ຈ່ຽນແນະນຳໃຫ້ຮູ້ວ່າ, ງານວາງສະແດງຄັ້ງນີ້ໄດ້ຕົກລົງສັນຍາຊື້ຂາຍທີ່ມີມູນຄ່າເຖິງ 73,52 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,9% ເມື່ອທຽບໃສ່ງານວາງສະແດງຄັ້ງຜ່ານມາ, ໂຄງການສັນຍາກ່ຽວພັນເຖິງຂົງເຂດຈະເລີນໃໝ່ຫຼາຍຂົງເຂດ, ເຊັ່ນ: ການປະຢັດພະລັງງານຕາມທິດສີຂຽວ, ການຜະລິດແບບດີຈີຕອນແລະອື່ນໆ. ວິສາຫະກິດ 2800 ກວ່າແຫ່ງທີ່ມາຈາກ 127 ປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມການວາງສະແດງທຸລະກິດວິສາຫະກິດ, ໄດ້ວາງສະແດງຜະລິດຕະພັນໃໝ່, ເຕັກນິກໃໝ່, ການບໍລິການໃໝ່ ເປັນຄັ້ງທຳອິດ ທີ່ມີລັກສະນະຕົວແທນ 438 ຢ່າງ, ເຊິ່ງໄດ້ລື່ນກາຍລະດັບຂອງງານວາງສະແດງຄັ້ງຜ່ານມາ.


ທ່ານຈ້າວລີ້ຈ່ຽນກ່າວວ່າ, ໃນຖານະເປັນເວທີແຫ່ງການຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນຂອງຈີນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ກາຍເປັນປ່ອງຢ້ຽມແຫ່ງການສ້າງສະພາບການພັດທະນາແບບໃໝ່ຂອງຈີນ ແລະຜະລິດຕະພັນສາທາລະນະສາກົນທີ່ທົ່ວໂລກແບ່ງປັນໝາກຜົນຮ່ວມກັນ.