ບໍລິສັດວິທະຍາສາດເຕັກໂນໂລຊີຂະໜາດໃຫຍ່ຂອງອາເມຣິກາປະກາດຫຼຸດຈຳນວນພະນັກງານ

2022-11-13 14:43:45 cri

ຍ້ອນໄດ້ຮັບຜົນກະທົບຈາກໄພເງິນເຟີ້ ແລະ ເສດຖະກິດຊຸດໂຊມລົງ, ຫວ່າງມໍ່ໆມານີ້, ຫຼາຍບໍລິສັດວິທະຍາສາດເຕັກໂນໂລຊີຂະໜາດໃຫຍ່ຂອງອາເມຣິກາໄດ້ປະກາດຫຼຸດຈຳນວນພະນັກງານໃຫ້ໜ້ອຍລົງ ຫຼື ໂຈະການປະກາດຮັບສະໝັກພະນັກງານໃໝ່.

ວັນທີ 9 ພະຈິກນີ້, ທ່ານມັກ ຊັກເກີເບີກ ຫົວໜ້າຝ່າຍບໍລິຫານຂອງບໍລິສັດເມຕາ ທີ່ເປັນບໍລິສັດແມ່ຂອງເຟສບຸກ ເຊິ່ງເປັນສື່ສັງຄົມອອນລາຍຂອງອາເມຣິກາໄດ້ຂຽນຈົດໝາຍໄປຍັງພະນັກງານວ່າ: “ຂ້າພະເຈົ້າໄດ້ຕົກລົງເຮັດໃຫ້ຂະໜາດຂອງທີມງານພວກເຮົາຫຼຸດລົງ 13% ແລະ ຫຼຸດຈຳນວນພະນັກງານດີເດັ່ນ 11.000 ຄົນ. ພວກເຮົາຍັງຈະຕັດງົບປະມານລາຍຈ່າຍທີ່ເຮົາຄຸ້ມຄອງໄດ້ ແລະ ໂຈະການປະກາດຮັບສະໝັກພະນັກງານໃໝ່ໄປເຖິງໄຕມາດທີໜຶ່ງຂອງປີ 2023 ເພື່ອເຮັດໃຫ້ບໍລິສັດເຮົາກາຍເປັນບໍລິສັດທີ່ກະທັດຮັດກວ່າເກົ່າ ແລະ ມີປະສິດທິພາບກວ່າເກົ່າ.”

ຕາມຂ່າວແຈ້ງວ່າ: ນີ້ແມ່ນບໍລິສັດເມຕາປະກາດຫຼຸດຈຳນວນພະນັກງານໃຫ້ໜ້ອຍລົງຢ່າງຫຼວງຫຼາຍເປັນຄັ້ງທຳອິດນັບແຕ່ສ້າງຕັ້ງບໍລິສັດເປັນຕົ້ນມາ. ບໍລິສັດເມຕາຍັງກຽມຈະປະຕິບັດມາດຕະການ “ຊົມໃຊ້ບ່ອນເຮັດວຽກຮ່ວມກັນ” ເພື່ອຫຼຸດເນື້ອທີ່ຫ້ອງການໃຫ້ໜ້ອຍລົງ.