ນັກສຶກສາບ້ານອາເຈີເຄີ່ກັບຄືນເມື່ອບ້ານເພື່ອສ້າງທຸລະກິດ: ບ່ອນທີ່ເຮັດໃຫ້ຈິດໃຈຂ້ອຍມີຄວາມສະຫງົບສຸກ

2022-11-14 17:15:11 CRI

 

    ບ້ານອາເຈີເຄີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ, ຍ້ອນເປັນບ້ານຫ່າງໄກສອກຫຼີກ, ກ່ອນປີ 2018, ບ້ານແຫ່ງນີ້ແມ່ນບ້ານທຸກຍາກທີ່ສຸດມາໂດຍຕະຫຼອດ, ມີແຮງງານຫຼາຍກວ່າເຄິ່ງໜຶ່ງໄດ້ອອກຈາກບ້ານໄປເພື່ອຊອກວຽກເຮັດຢູ່ບ່ອນອື່ນ.

 

    ປີ 2018, ທິມງານຊ່ຽວຊານຂອງມະຫາວິທະຍາໄລຈົ່ງຊານໄດ້ຊ່ວຍເຫຼືອບ້ານວາງແຜນການອາເຈີເຄີ່ ເພື່ອພັດທະນາການທ່ອງທ່ຽວ.

 

    ຫຼັງຈາກປະຕິບັດແຜນການອາເຈີເຄີ່ເປັນເວລາໜຶ່ງປີ, ບ້ານອາເຈີເຄີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ. ແຕ່ຖ້າຢາກບັນລຸການພັດທະນາແບບຍືນຍົງ, ຕ້ອງມີຜູ້ມີຄວາມຮູ້ຄວາມສາມາດທາງດ້ານການດຳເນີນທຸລະກິດການທ່ອງທ່ຽວຫຼາຍກວ່າເກົ່າ. ມ໋າໂຢເຕີແມ່ນນັກສຶກສາຄົນທຳອິດທີ່ໄດ້ກັບຄືນບ້ານ.

 

    ມາຕິດຕາມນໍາກັນເບິ່ງວ່າ, ເລື່ອງລາວຂອງບ້ານແຫ່ງນີ້ຈະເປັນຄືແນວໃດ?


    #ຮັກຫອມບ້ານເກີດເມືອງນອນ, ຈຶ່ງສາມາດສ້າງບ້ານເກີດເມືອງນອນໃຫ້ດີຢ່າງບໍ່ຢຸດຢັ້ງ.