ທ່ານນາງເພີງລີ້ຢວນເຂົ້າຮ່ວມກິດຈະກຳຄູ່ຄອງກອງປະຊຸມສຸດຍອດຜູ້ນຳG20

2022-11-16 10:43:14 CRI


    ວັນທີ 15 ພະຈິກນີ້, ຢູ່ເກາະບາຫຼີ,ທ່ານນາງເພີງລີ້ຢວນ ພັນລະຍາທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກິດຈະກຳຄູ່ຄອງກອງປະຊຸມສຸດຍອດຜູ້ນຳ G20 ຄັ້ງທີ 17 ທີ່ຈັດຂຶ້ນໂດຍທ່ານນາງອິເຣຍນາ ໂຈໂກ ວິໂດໂດ ພັນລະຍາປະທານາທິບໍດີອິນໂດເນເຊຍ.


 

    ໂດຍມີທ່ານນາງອິເຣຍນາເປັນເພື່ອນພາທາງ, ທ່ານນາງເພີງລີ້ຢວນໄດ້ລອງການຜະລິດເຄື່ອງຫັດຖະກຳອັນເປັນມູນເຊື້ອຂອງອິນໂດເນເຊຍ. ທ່ານນາງຍ້ອງຍໍອິນໂດເນເຊຍທີ່ມີແນວຄວາມຄິດຖືອົງການຜະລິດເຄື່ອງຫັດຖະກຳເຊື່ອມໂຍງເຂົ້າກັບການສ້າງຄວາມສາມາດໃຫ້ແກ່ແມ່ຍິງ, ການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ການປົກປັກຮັກສາລະບົບນິເວດ ພ້ອມທັງກ່າວວ່າຈີນ ແລະ ອິນໂດເນເຊຍສາມາດເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນອຸດສາຫະກຳແກ້ໄຂຄວາມທຸກຍາກແລະ ການປົກປັກຮັກສາລະບົບນິເວດໃນພາກພື້ນ.