ກະຊວງການຕ່າງປະເທດຈີນ:ຈີນກັບຍີ່ປຸ່ນຄວນຍຶດໝັ້ນສັນຕິພາບ ແລະ ໄມຕີຈິດ ຄວບຄຸມຂໍ້ຂັດແຍ້ງຢ່າງເໝາະສົມ

2022-11-17 11:02:10 CRI

    ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນໃນວັນທີ 16 ພະຈິກນີ້,ມີນັກຂ່າວຍີ່ປຸ່ນຂໍໃຫ້ແຈ້ງສະພາບທີ່ກ່ຽວຂ້ອງກັບການພົບປະທີ່ຈະຈັດຂຶ້ນໂດຍຜູ້ນຳສອງປະເທດຈີນ ແລະ ຍີ່ປຸ່ນ.



    ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ໂດຍຜ່ານຈີນ ແລະ ຍີ່ປຸ່ນເປິກສາຫາລືກັນ, ໃນໄລຍະຈັດກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊິຟິກ ຫຼື ເອເປັກຄັ້ງທີ 29 ຢູ່ປະເທດໄທ, ທ່ານສີຈີ້ນຜິງ ປະທານປະເທດຈີນ ກັບ ທ່ານຟູມີໂອ ຄີຊິດະ ນາຍົກລັດຖະມົນຕີຍີ່ປຸ່ນຈະຈັດການພົບປະກັນ.ນີ້ແມ່ນການພົບປະຢ່າງເປັນທາງການເທື່ອທຳອິດລະຫວ່າງຜູ້ນຳສອງປະເທດ ທີ່ມີຄວາມໝາຍສຳຄັນ.


     ທ່ານນາງເມົານີງກ່າວຕື່ມວ່າ, ຈີນ ແລະ ຍີ່ປຸ່ນຄວນຍຶດໝັ້ນສັນຕິພາບ ແລະ ໄມຕີຈິດ, ຄວບຄຸມຂໍ້ຂັດແຍ້ງຢ່າງເໝາະສົມ, ພ້ອມກັນສຸມກຳລັງເພື່ອສ້າງການພົວພັນຈີນ-ຍີ່ປຸ່ນທີ່ສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝໃໝ່.