ວິທະຍຸໂທລະພາບສູນກາງຈີນເຊັນບົດບັນທຶກຄວາມເຂົ້າໃຈກັບວິທະຍຸແຫ່ງຊາດອິນໂດເນເຊຍ

2022-11-17 11:18:18 cri

 

 

    ເນື່ອງໃນໂອກາດທ່ານ ສີຈິ້ນຜິງ ປະທານປະເທດຈີນເດີນທາງໄປເກາະບາຫຼີປະເທດອິນໂດເນເຊຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 17 ກຸ່ມ G20, ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ແລະທ່ານໄອ ເຮັນຕຣາສໂມ ຜູ້ອຳນວຍການໃຫຍ່ວິທະຍຸແຫ່ງຊາດອິນໂດເນເຊຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງວິທະຍຸໂທລະພາບສູນກາງຈີນ ແລະວິທະຍຸແຫ່ງຊາດອິນໂດເນເຊຍ.

    ເອກະສານການຮ່ວມມືສະບັບນີ້ແມ່ນຜົນສຳເລັດຫຼ້າສຸດໃນຂົງເຂດສື່ມວນຊົນລະຫວ່າງສອງປະເທດ ໃຕ້ການຊີ້ນຳນຳພາຂອງປະມຸກລັດສອງປະເທດ.

    ວິທະຍຸແຫ່ງຊາດອິນໂດເນເຊຍແມ່ນວິທະຍຸສາທາລະນະພຽງໜຶ່ງດຽວຂອງອິນໂດເນເຊຍ, ໄດ້ກະຈາຍສຽງດ້ວຍ 9 ພາສາ.