ທ່ານສີຈິ້ນຜິງພົບປະກັບທ່ານຟຸມິໂອະ ຄິຊິດະ ນາຍົກຍີ່ປຸ່ນ

2022-11-18 11:08:53 cri


  ວັນທີ17ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນຢູ່ນະຄອນຫຼວງບາງກອກຂອງໄທ.


   ທ່ານສີຈິ້ນຜິງກ່າວເນັ້ນວ່າ: ສອງຝ່າຍຄວນເຄົາລົບຫຼັກການເອກະສານການເມືອງ4ສະບັບລະຫວ່າງຈີນກັບຍີ່ປຸ່ນ,ສະຫຼຸບຖອດຖອນບົດຮຽນປະຫວັດສາດ,ປະຕິບັດຕໍ່ການພັດທະນາຂອງກັນແລະກັນຢ່າງພາວະວິໄສແລະມີສະຕິ,ຈັດເອົາຄວາມຮັບຮູ້ດ້ານການເມືອງທີ່ເປັນເອກະພາບກັນ ທີ່ສອງປະເທດ“ເປັນຄູ່ຮ່ວມມືກັນ ທັງບໍ່ເປັນໄພຂົ່ມຂູ່ຕໍ່ກັນ”ເຂົ້າໃນນະໂຍບາຍຂອງປະເທດຕົນ. ບັນຫາຫຼັກການສຳຄັນຕ່າງໆເຊັ່ນ: ປະຫວັດສາດ, ໄຕ້ຫວັນເປັນຕົ້ນແມ່ນກ່ຽວພັນເຖິງພື້ນຖານການເມືອງແລະພື້ນຖານຄວາມໜ້າເຊື່ອຖືໃນການພົວພັນລະຫວ່າງສອງປະເທດ,ຕ້ອງຍຶດໝັັ້ນແລະເຄົາລົບຄຳໝັ້ນສັນຍາຂອງຕົນແລະແກ້ໄຂບັນຫາເຫຼົ່ານີ້ຢ່າງເໝາະສົມ.


   ທ່ານຟຸມິໂອະ ຄິຊິດະກ່າວວ່າ: ຍິ່ປຸ່ນແລະຈີນເປັນປະເທດບ້ານໃກ້ເຮືອນຄຽງ,ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງຍີ່ປຸ່ນແມ່ນຕັດແຍກອອກຈາກຈີນບໍ່ໄດ້,ການພັດທະນາຂອງຈີນກໍຕັດແຍກອອກຈາກຍີ່ປຸ່ນບໍ່ໄດ້ເຊັ່ນດຽວກັນ. ກ່ຽວກັບບັນຫາໄຕ້ຫວັນ,ຄຳໝັ້ນສັນຍາຂອງຍີ່ປຸ່ນໃນຖະແຫຼງການຮ່ວມຍີ່ປຸ່ນ-ຈີນບໍ່ໄດ້ປ່ຽນແປງຈັກເທື່ອ. ຂ້າພະເຈົ້າຍິນດີຮ່ວມກັບຝ່າຍຈີນເພີ່ມທະວີການສົນທະນາແລະແລກປ່ຽນກັນ, ພ້ອມກັນຊີ້ທິດພາທາງທີ່ຖືກຕ້ອງໃຫ້ແກ່ການພົວພັນລະຫວ່າງຍີ່ປຸ່ນກັບຈີນ.