ທາງລົດໄຟຈີນ-ລາວຕອນທາງປະເທດລາວດຳເນີນການກວດກາ ແລະປັບປຸງອຸປະກອນ

2022-11-18 15:00:02 cri


 

    ຫວ່າງມໍ່ໆມານີ້, ຂະບວນລົດບົວລະບັດຮັກສາເສັ້ນທາງໄດ້ເຂົ້າສູ່ທາງລົດໄຟຈີນ-ລາວຕອນປະເທດລາວ, ໂດຍເລີ່ມການກວດກາ ແລະປັບປຸງເຄື່ອງອຸປະກອນຕາມທາງລົດໄຟຢ່າງເປັນທາງການ.

    ນັບແຕ່ທາງລົດໄຟຈີນ-ລາວເປີດບໍລິການເປັນເວລາ 1 ປີມານີ້, ໄດ້ຂົນສົ່ງສິນຄ້າທີ່ຈັບບາຍໄດ້ທັງໝົດຫຼາຍກວ່າ 10 ລ້ານໂຕນ, ໃນຂະນະທີ່ສ້າງສະຖິຕິໃໝ່ດ້ານຍອດຈຳນວນຂົນສົ່ງ,  ອຸປະກອນແມ່ນໄດ້ໃຊ້ງານຢ່າງຫຼວງຫຼາຍໄປຕາມລົດໄຟທີ່ແລ່ນລົດຫຼາຍຖ້ຽວເປັນປະຈຳ. ເພື່ອຮັບປະກັນຄຸນນະພາບຂອງການກວດກາ ແລະປັບປຸງ, ພະແນກທາງລົດໄຟແຂວງຢູນນານໄດ້ນຳໃຊ້ເຄື່ອງຈັກຂະໜາດໃຫຍ່ທີ່ມີຈຸດເດັ່ນເຮັດວຽກຖືກຕ້ອງຕາມເປົ້າໝາຍໃນລະດັບສູງ, ມີຄວາມອັດຕະໂນມັດລະດັບສູງ ແລະປະສິດທິພາບສູງ.

    ຕາມຂ່າວລາຍງານວ່າ, ການກວດກາ ແລະປັບປຸງໃນຄັ້ງນີ້ຈະເຮັດໃຫ້ອຸປະກອນຕາມທາງລົດໄຟກັບຄືນສູ່ສະພາບດີຄືກັບຕອນເປີດນຳໃຊ້ໃໝ່.