ສິ່ງທີ່ປະຊາຊົນຈີນຫວັງຢາກໄດ້ເຫັນທີ່ສຸດນັ້ນແມ່ນສັນຕິພາບແລະສະຖຽນລະພາບ

2022-11-19 14:51:06 cri


ວັນທີ18ພະຈິກນີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວວ່າ: ສິ່ງທີ່ປະຊາຊົນຈີນຫວັງຢາກໄດ້ເຫັນທີ່ສຸດນັ້ນແມ່ນສັນຕິພາບແລະສະຖຽນລະພາບ,ການເດີນຕາມເສັ້ນທາງການພັດທະນາໂດຍສັນຕິເປັນການຄັດເລືອກຍຸດທະສາດໂດຍອີງຕາມຜົນປະໂຫຍດກົກຮາກຂອງປະຊາຊົນຈີນ.


ມີຫາງສຽງກ່າວວ່າ: ຈີນເຂັ້ມແຂງກວ່າແຕ່ກ່ອນ,ອາດເປັນສິ່ງທ້າທາຍ ຈົນກະທັ້ງເປັນໄພຂົ່ມຂູ່ຕໍ່ປະເທດອື່ນ. ຕໍ່ກັບເລື່ອງນີ້ ທ່ານນາງໝາວໜິງກ່າວເນັ້ນວ່າ:ນະໂຍບາຍຂອງຈີນໄດ້ຮັກສາລັກສະນະຕໍ່ເນື່ອງແລະຄວາມໝັ້ນຄົງໃນລະດັບສູງ,ຈີນເປັນຜູ້ສ້າງສັນຕິພາບຂອງໂລກ,ຜູ້ປົກປັກຮັກສາລະບຽບການສາກົນແລະຜູ້ປະກອບສ່ວນເຂົ້າໃນການພັດທະນາທົ່ວໂລກຢ່າງສະເໝີຕົ້ນສະເໝີປາຍ.


ທ່ານນາງກ່າວຕື່ມວ່າ: ທ່ານປະທານສີຈິ້ນຜິງໄດ້ຊີ້ອອກໃນເວລາກ່າວຄຳປາໄສໃນກອງປະຊຸມສຸດຍອດຜູ້ນຳອຸດສາຫະກຳການຄ້າຂອງອົງການຮ່ວມມືເສດຖະກິດອາຊີປາຊິຟິກ ຫຼື ເອເປັກວ່າ: “ພວກເຮົາຕ້ອງເດີນຕາມເສັ້ນທາງພັດທະນາໂດຍສັນຕິ,ເສັ້ນທາງເປີດປະຕູແລະກວມລວມ ແລະເສັ້ນທາງຮ່ວມຈິດຮ່ວມໃຈພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ”. ນີ້ແມ່ນບົດຮຽນອັນລ້ຳຄ່າໃນການພັດທະນາພາກພື້ນອາຊິປາຊິຟິກໃນຫຼາຍສິບປີທີ່ຜ່ານມາ,ຍິ່ງແມ່ນຄວາມມຸ້ງຫວັງໃນຫົວທີທີ່ຈີນແລະປະເທດພາກພື້ນຄວນຮ່ວມກັນຍຶດໝັ້ນ. ປັດຈຸບັນ,ໂລກໄດ້ເຂົ້າສູ່ໄລຍະປັ່ນປ່ວນປ່ຽນແປງຄັ້ງໃໝ່,ສັນຕິພາບແລະການພັດທະນາໄດ້ຜະເຊີນໜ້າກັບສິ່ງທ້າທາຍທີ່ຂ້ຽວຂາດ,ປະຊາຄົມໂລກຕ້ອງຮ່ວມມືກັນຮັບມືກັບການປ່ຽນແປງຂອງໂລກ,ການປ່ຽນແປງຂອງຍຸກສະໄໝແລະການປ່ຽນແປງທາງປະຫວັດສາດ. ຈີນໄດ້ຍຶດໝັ້ນນະໂຍບາຍການຕ່າງປະເທດທີ່ປົກປັກຮັກສາສັນຕິພາບຂອງໂລກ ແລະຊຸກຍູ້ໃຫ້ພັດທະນາຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ,ອອກແຮງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.