“ປະສິດທິຜົນລົ້ນເຫຼືອ”ຈາກການທີ່ທະນາຄານກາງອາເມຣິກາເພີ່ມອັດຕາດອກເບ້ຍຢ່າງຕໍ່ເນື່ອງໄດ້ກະທົບເຖິງທົ່ວໂລກ

2022-11-19 11:14:02 cri


   ໃນກອງປະຊຸມສຸດຍອດຜູ້ນຳກຸ່ມ G20 ທີ່ອັດລົງໃນວັນທີ 16 ພະຈິກນີ້, ຝ່າຍຕ່າງໆໄດ້ໃຫ້ຄວາມເອົາໃຈໃສ່ຕໍ່ການຮັດກຸມນະໂຍບາຍເງິນຕາ, ໂດຍສະເພາະແມ່ນໄດ້ກ່າວເຖິງ “ປະສິດທິຜົນລົ້ນເຫຼືອ”ຈາກການເພີິ່ມອັດຕາດອກເບ້ຍ. ມີນັກເສດຖະສາດໄດ້ຊີ້ໃຫ້ເຫັນວ່າ: ນັບແຕ່ປີນີ້ມາ, ທະນາຄານກາງອາເມຣິກາໄດ້ເພີ່ມອັດຕາດອກເບ້ຍຢ່າງຕໍ່ເນື່ອງ, ໄດ້ສ້າງຜົນກະທົບຕໍ່ເສດຖະກິດທົ່ວໂລກ.


   ມີຜົນການວິເຄາະເຫັນວ່າ: ທະນາຄານກາງອາເມຣິກາເພີ່ມອັດຕາດອກເບ້ຍຢ່າງຕໍ່ເນື່ອງໄດ້ສ້າງ “ປະສິດທິຜົນລົ້ນເຫຼືອ”, ບັງຄັບໃຫ້ກຸ່ມເສດຖະກິດຈຳນວນໜຶ່ງຈຳເປັນຕ້ອງເພີ່ມອັດຕາດອກເບ້ຍນຳ, ພາໃຫ້ກຸ່ມເສດຖະກິດຈະເລີນໃໝ່ຈຳນວນໜຶ່ງປະກົດມີຜົນກະທົບທີ່ມີລັກສະນະທຳລາຍ, ເປັນຕົ້ນແມ່ນທຶນຫົ່ວໄຫຼ, ຕົ້ນທຶນການນຳເຂົ້າເພີ່ມຂຶ້ນ, ເງິນຕາຂອງປະເທດຕົນອ່ອນຄ່າລົງແລະອື່ນໆ, ພ້ອມທັງໄດ້ຊຸກຍູ້ໃຫ້ກຸ່ມເສດຖະກິດຈະເລີນໃໝ່ທີ່ຕິດໜີ້ສູງປະກົດມີຄວາມອາດສາມາດທີ່ຈະລະເມີດສັນຍາໜີ້ນສິນຢ່າງຫຼວງຫຼາຍ.