ຮັກສາທິດທາງອັນຖືກຕ້ອງຂອງການຮ່ວມມືອາຊີປາຊີຟິກ ສືບຕໍ່ສ້າງ “ສິ່ງອັດສະຈັນຂອງອາຊີປາຊີຟິກ”

2022-11-19 16:18:50 CRI


ຕອນເຊົ້າວັນທີ 18 ພະຈິກ 2022, ກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີປາຊີຟິກຫລືເອເປັກຄັ້ງທີ 29 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ສາມັກຄີຮ່ວມມືກັນ ແບກຫາບຄວາມຮັບຜິດຊອບຢ່າງກ້າຫານ ສ້າງປະຊາຄົມຮ່ວມຊາຕາກຳຂອງອາຊີປາຊີຟິກ”. ກ່ອນຫນ້ານີ້ມື້ໜຶ່ງ, ໃນຄຳປາໄສທາງລາຍລັກອັກສອນຕໍ່ກອງປະຊຸມສຸດຍອດຜູ້ນຳອຸດສາຫະກຳການຄ້າຂອງອົງການເອເປັກ, ທ່ານປະທານສີຈິ້ນຜິງໄດ້ກ່າວເຖິງ “ສິ່ງອັດສະຈັນຂອງອາຊີປາຊີຟິກ” ສອງເທື່ອ.


ປັດຈຸບັນນີ້, ໂລກໄດ້ມາຮອດທາງສີ່ແຍກຂອງປະຫວັດສາດອີກຄັ້ງໜຶ່ງ, ພາກພື້ນອາຊີປາຊີຟິກໄດ້ມີຖານະສຳຄັນກວ່າເກົ່າ ແລະ ມີບົດບາດພົ້ນເດັ່ນກວ່າເກົ່າ. ໃນກອງປະຊຸມຂອງອົງການເອເປັກຄັ້ງນີ້, ທ່ານສີຈິ້ນຜິງໄດ້ວາງຂໍ້ສະເໜີສຳຄັນ 4 ຂໍ້, ຄື: ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສາກົນ, ສ້າງອາຊີປາຊີຟິກທີ່ມີສັນຕິພາບ ແລະ ສະຖຽນລະພາບ; ຍຶດໝັ້ນເປີດປະຕູສູ່ພາຍນອກ ແລະ ກວມລວມ, ສ້າງອາຊີປາຊີຟິກທີ່ຮັ່ງມີຮ່ວມກັນ; ຍຶດໝັ້ນການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳ, ສ້າງອາຊີປາຊີຟິກທີ່ສະອາດ ແລະ ສວຍງາມ; ຍຶດໝັ້ນຮ່ວມຊາຕາກຳ, ສ້າງອາຊີປາຊີຟິກທີ່ຊ່ວຍເຫຼືອເຊິ່ງກັນແລະກັນ.


ທ່ານສີຈິ້ນຜິງສະເໜີວ່າ, ປີໜ້າ, ຈີນຈະພິຈາລະນາຈັດກອງປະຊຸມເວທີເປິກສາຫາລືສຸດຍອດກ່ຽວກັບການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ 3, ເພີ່ມແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີປາຊີຟິກ ກໍຄືຂອງໂລກ. ທ່ານສີຈິ້ນຜິງກ່າວຕື່ມວ່າ, ພວກເຮົາຄວນປະຕິບັດຕໍ່ການຮ່ວມມືອາຊີປາຊີຟິກດ້ວຍສາຍຕາຍຸດທະສາດອັນຍາວໄກ, ຮັກສາຖານະຊ່ອງທາງຕົ້ນຕໍຂອງອົງການເອເປັກໃນການຮ່ວມມືຂອງພາກພື້ນ, ແລະຮັກສາທິດທາງອັນຖືກຕ້ອງຂອງການຮ່ວມມືອາຊີປາຊີຟິກ.