ທ່ານສີຈິ້ນຜິງກັບຄືນປະເທດຫຼັງສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ G20 ຄັ້ງທີ 17, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການ APEC ຄັ້ງທີ 29 ແລະ ການຢ້ຽມຢາມປະເທດໄທ

2022-11-20 11:39:35 CRI

 

ໃນຕອນບ່າຍວັນທີ 19 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ເດີນທາງກັບຄືນປະເທດ ພາຍຫຼັງສິ້ນສຸດການເຂົ້າຮ່ວມກອງປະ ຊຸມສຸດຍອດຜູ້ນຳກຸ່ມ 20 ປະເທດ ຫຼື G20 ຄັ້ງທີ 17, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 29 ແລະ ການຢ້ຽມຢາມປະເທດໄທ.

 

ທ່ານນາງເພີງລີ້ຢວນ ພັນລະຍາທ່ານປະທານສີຈິ້ນຜິງ, ທ່ານຕິ່ງເຊຊຽງ,ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງການສູນກາງພັກຄອມມູນິດຈີນ, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ປຶກສາແຫ່ງລັດ, ທ່ານເຫີລີ້ເຟີ່ງ, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະທ່ານອື່ນໆ ໄດ້ເດີນທາງກັບຄືນປະເທດໃນຍົນລຳດຽວກັນ.