ກະຊວງການຕ່າງປະເທດຈີນ: ຈັດການເປິກສາຫາລືຮອບທີ 14 ຂອງກົນໄກເປິກຫາສາລືລະດັບສູງດ້ານວຽກງານທະເລຈີນ-ຍີ່ປຸ່ນໃນວັນທີ 22 ພະຈິກນີ້

2022-11-22 14:44:12 cri


ວັນທີ 21 ພະຈິກນີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວວ່າ: ພາຍໃຕ້ການເປິກສາຫາລືລະຫວ່າງສອງຝ່າຍ, ການເປິກສາຫາລືຮອບທີ 14 ຂອງກົນໄກເປິກສາຫາລືລະດັບສູງດ້ານວຽກງານທະເລຈີນ-ຍີ່ປຸ່ນຈະຈັດຂຶ້ນໃນວັນທີ 22 ພະຈິກນີ້ດ້ວຍຮູບແບບວີດີໂອ, ພາກສ່ວນທີ່ກ່ຽວຂ້ອງດ້ານການຕ່າງປະເທດ, ການປ້ອງກັນ, ການປະຕິບັດກົດໝາຍທາງທະເລ, ການຄຸ້ມຄອງທະເລ ແລະອື່ນໆຂອງສອງປະເທດຈະເຂົ້າຮ່ວມການເປິກສາຫາລືດັ່ງກ່າວ.


ທ່ານນາງໝາວໜິງກ່າວຕື່ມວ່າ: ການເປິກສາຫາລືລະດັບສູງດ້ານວຽກງານທະເລຈີນ-ຍີ່ປຸ່ນແມ່ນກົນໄກແລກປ່ຽນ ແລະປະສານງານແບບສັງລວມດ້ານວຽກງານທະເລລະຫວ່າງສອງຝ່າຍ. ຈີນຄອງຄອຍແລກປ່ຽນຄວາມຄິດເຫັນກັບຍີ່ປຸ່ນຢ່າງເຕັມສ່ວນດ້ານບັນຫາທະເລທີ່ມີຄວາມສົນໃຈຮ່ວມກັນ, ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການຮ່ວມມືຕົວຈິງດ້ານວຽກງານທະເລ.