ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີການຕ່າງປະເທດຈີນ ສົນທະນາທາງໂທລະສັບ ກັບ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດອີຕາລີ

2022-11-22 17:03:53 cri

  ວັນທີ 21 ພະຈິກນີ້, ທ່ານຫວາງຢີ້, ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ສົນທະນາທາງໂທລະສັບ ກັບ ທ່ານອັນໂຕນີໂອ ຕາຈານີ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດອີຕາລີ ຕາມການນັດໝາຍ.

  ທ່ານຫວາງຢີ້ກ່າວວ່າ: ຝ່າຍຈີນຍິນດີຮ່ວມກັບຝ່າຍອີຕາລີ ຕັ້ງໜ້າປະຕິບັດ ຄວາມເຫັນສຳຄັນທີ່ເປັນເອກະສັນກັນຂອງຜູ້ນຳທັງສອງປະເທດ ໃຫ້ລົງສູ່ພາກປະຕິບັດຕົວຈິງ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນກັບອີຕາລີ ໃຫ້ຂະຫຍາຍຕົວກ້າວໄປຂ້າງໜ້າແລະເສີມສ້າງເນື້ອໃນໃໝ່ຢ່າງບໍ່ຢຸດຢັ້ງ.   
    

  ຈີນຈະຮັກສານະໂຍບາຍຕໍ່ເອີຣົບໃຫ້ມີຄວາມໝັ້ນທ່ຽງ, ການພົວພັນຈີນ-ເອີຣົບບໍ່ແນໃສ່ຝ່າຍທີສາມ, ແລະກໍບໍ່ຄວນຖືກຝ່າຍທີສາມຈຳກັດ. ຍິນດີຕ້ອນຮັບເພື່ອນມິດວົງການຕ່າງໆຂອງເອີຣົບ ມາຊອກຮູ້ສະພາບຕົວຈິງຢູ່ຈີນ, ສຳຜັດກັບການພັດທະນາແລະຄວາມກ້າວໜ້າຂອງຈີນ. ຫວັງວ່າ, ອີຕາລີ ຈະສືບຕໍ່ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການໄປມາຫາສູ່ກັນລະຫວ່າງຈີນກັບເອີຣົບ.

  ທ່ານຕາຈານີກ່າວວ່າ, ອີຕາລີຍິນດີທຳຄວາມພະຍາຍາມຮ່ວມກັບຈີນ, ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດການຄ້າແລະອື່ນໆ, ຊຸກຍູ້ການພົວພັນລະຫວ່າງເອີຣົບກັບຈີນໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.