ການເຄື່ອນໄຫວທາງການທູດຂອງປະມຸກລັດເທື່ອນີ້ ເຮັດໃຫ້ໂລກເຫັນປະເທດຈີນເປັນແບບໃດ?

2022-11-22 15:05:18 CRI


    ລະຫວ່າງວັນທີ 14 ຫາ 19 ພະຈິກ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມເກາະບາຫຼີປະເທດອິນໂດເນເຊຍ ແລະ ນະຄອນຫຼວງບາງກອກປະເທດໄທ. ການເຄື່ອນໄຫວທາງການທູດຂອງປະມຸກລັດຄັ້ງນີ້ໄດ້ຮັບໝາກຜົນຢ່າງຫຼວງຫຼາຍ ແລະ ມີຄວາມໝາຍຢ່າງເລິກເຊິ່ງ, ເຮັດໃຫ້ໂລກໄດ້ເຫັນປະເທດຈີນເປັນແບບໃດ?


ນີ້ແມ່ນປະເທດຈີນທີ່ມີເຈດຈຳນົງຢ່າງປອດໃສຂາວສະອາດ


ນັບຈາກການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຈົນຮອດການພົບປະກັບຜູ້ນຳຫຼາຍປະເທດ ແລະ ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນໃນເວລາສັ້ນໆ, ທ່ານສີຈິ້ນຜິງໄດ້ບັນລະຍາຍນະໂຍບາຍພາຍໃນປະເທດ, ນະໂຍບາຍການຕ່າງປະເທດ, ແລະເຈດຈຳນົງທາງຍຸດທະສາດຂອງຈີນຢ່າງເລິກເຊິ່ງ ຄື: “ນະໂຍບາຍພາຍໃນປະເທດ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານຈີນແມ່ນມີຄວາມເປີດເຜີຍແລະໂປ່ງໃສ, ມີເຈດຈຳນົງທາງຍຸດທະສາດຢ່າງປອດໃສຂາວສະອາດ, ຮັກສາລັກສະນະຕໍ່ເນື່ອງ ແລະ ຄວາມໝັ້ນທ່ຽງໃນລະດັບສູງ” “ສັນຕິພາບແມ່ນເປົ້າໝາຍທີ່ຈີນຍຶດໝັ້ນແລະສະແຫວງຫາຫຼາຍທີ່ສຸດ, ໃນປະຫວັດສາດຈີນບໍ່ເຄີຍສະແຫວງຫາການເປັນເຈົ້າອຳນາດ  ໃນປັດຈຸບັນ ແລະ ອະນາຄົດ ຈີນກໍຈະບໍ່ສະແຫວງຫາການເປັນເຈົ້າອຳນາດ.” “ບໍ່ແນໃສ່ຝ່າຍທີ 3  ແລະບໍ່ສົນໃຈນຳການຍາດອິດທິພົນໃນພາກພື້ນ”.


ນີ້ແມ່ນປະເທດຈີນທີ່ພັດທະນາຕົນເອງ ພ້ອມທັງນຳເອົາຜົນປະໂຫຍດມາໃຫ້ແກ່ປະເທດອື່ນ


“ຄວາມທັນສະໄໝແບບຈີນ”, ນີ້ແມ່ນຈຸດສຳຄັນທີ່ທ່ານສີຈິ້ນຜິງໄດ້ບັນລະຍາຍໃນການເດີນທາງຢ້ຽມຢາມອາຊີຕາເວັນອອກສຽງໃຕ້ເທື່ອນີ້, ແລະກໍແມ່ນຈຸດສຸມອັນໜຶ່ງທີ່ຝ່າຍຕ່າງໆສົນໃຈທີ່ສຸດ. ທ່ານສີຈິ້ນຜິງກ່າວວ່າ: “ປະຊາຊົນຈີນ1,4 ຕື້ກວ່າຄົນບັນລຸຄວາມທັນສະໄໝຮ່ວມກັນຈະເປັນເຫດການໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດການພັດທະນາຂອງມວນມະນຸດ” “ຄວາມທັນສະໄໝແບບຈີນຕ້ອງເດີນໄປຕາມເສັ້ນທາງອັນໃໝ່ທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ນິ້ແມ່ນຄວາມຮັບຜິດຊອບຕໍ່ຕົນເອງ, ແລະກໍແມ່ນຄວາມຮັບຜິດຊອບຕໍ່ໂລກ”.


ນີ້ແມ່ນປະເທດຈີນທີ່ແບກຫາບຄວາມຮັບຜິດຊອບຢ່າງກ້າຫານ


ບໍ່ວ່າໃນກອງປະຊຸມສຸດຍອດກຸ່ມ G20  ຫຼື ກອງປະຊຸມເອເປັກ, ບໍ່ວ່າແມ່ນກອງປະຊຸມຫຼາຍຝ່າຍ ຫຼື ການພົບປະສອງຝ່າຍ, ທ່ານສີຈີ້ນຜິງລ້ວນແຕ່ໄດ້ກ່າວເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆທີ່ມີຢູ່ໃນໂລກປັດຈຸບັນໂດຍກົງ, ພ້ອມທັງຊີ້ແຈງທິດທາງອັນຖືກຕ້ອງເພື່ອແກ້ໄຂຄວາມຂັດແຍ້ງ ແລະ ວິກິດການວ່າ: “ຄວາມສາມັກຄີ ກໍແມ່ນກຳລັງແຮງ, ການແບ່ງແຍກຈະບໍ່ມີທາງອອກ” “ພາກພື້ນອາຊີປາຊີຟິກບໍ່ແມ່ນສວນດອກໄມ້ສ່ວນຕົວຂອງຜູ້ໃດຜູ້ໜຶ່ງ, ບໍ່ຄວນກາຍເປັນສະໜາມສູ້ຮົບຂອງປະເທດໃຫຍ່” “ການກີດຂວາງ ຈົນກະທັ້ງທັບມ້າງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທີ່ສ້າງຂຶ້ນມາເປັນເວລາຍາວນານຂອງພາກພື້ນອາຊີປາຊີຟິກ, ມີແຕ່ຈະເຮັດໃຫ້ການຮ່ວມມືທາງເສດຖະກິດຂອງອາຊີປາຊີຟິກກ້າວເຂົ້າສູ່ທາງຕັນເທົ່ານັ້ນ”.


ນີ້ແມ່ນປະເທດຈີນທີ່ເກາະແຂນກັນເພື່ອກ້າວເດີນໄປຂ້າງໜ້າຮ່ວມກັນ


ຈາກອິນໂດເນເຊຍຮອດໄທ, ທ່ານສີຈິ້ນຜິງໄດ້ກ່າວຢ່າງໜັກແໜ້ນວ່າ: “ການພັດທະນາຂອງຈີນໄດ້ຮັບຜົນປະໂຫຍດຈາກອາຊີປາຊີຟິກ, ທັງໄດ້ໃຊ້ການພັດທະນາຂອງຕົນຕອບແທນ ແລະ ນຳເອົາຜົນປະໂຫຍດມາໃຫ້ແກ່ອາຊີປາຊີຟິກ” “ຈີນຍິນດີຮ່ວມກັບທຸກປະເທດໃນໂລກຢູ່ຮ່ວມກັນໂດຍສັນຕິ ແລະ ພັດທະນາໄປພ້ອມກັນຢູ່ບົນພື້ນຖານທີ່ເຄົາລົບກັນ ສະເໝີພາບກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.” “ພວກເຮົາຕ້ອງຖືຊາຕາກຳ ແລະ ອະນາຄົດຂອງມວນມະນຸດເປັນສິ່ງສຳຄັນ, ຮ່ວມແຮງຮ່ວມໃຈກັນ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກໃນຍຸກປັດຈຸບັນ”.


    ເປັນໜ້າເຊື່ອຖື, ເປັນໜ້າຮັກແພງ ແລະ ເປັນໜ້າເຄົາລົບ, ປະເທດຈີນທີ່ແທ້ຈິງ ແລະຮອບດ້ານໄດ້ສະແດງຢູ່ຕໍ່ໜ້າຊາວໂລກ.