ໄຂກອງປະຊຸມວິຊາການປັກເຂັມປີ 2022 ຂອງສະຫະພັນສະມາຄົມປັກເຂັມໂລກ ຢູ່ສິງກະໂປ

2022-11-22 17:00:26 cri

    ວັນທີ 19 ພະຈິກນີ້, ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງ ຂອງກົມຄຸ້ມຄອງແພດແຜນຈີນແລະຢາພື້ນເມືອງແຫ່ງຊາດຈີນ, ກອງປະຊຸມວິຊາການປັກເຂັມປີ 2022 ທີ່ມີສະຫະພັນສະມາຄົມປັກເຂັມໂລກ ແລະ ສະຖາບັນແພດແຜນຈີນ ຮ່ວມກັນເປັນເຈົ້າພາບນັ້ນໄດ້ໄຂຂຶ້ນຢູ່ສິງກະໂປ. ຜູ້ນຳແລະຜູ້ຊ່ຽວຊານ 600 ກວ່າທ່ານທີ່ມາຈາກ 26 ປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມດ້ວຍຮູບແບບຜ່ານທາງອອນລາຍແລະອອຟລາຍ.

  ຝ່າຍເຈົ້າພາບແນະນຳໃຫ້ຮູ້ວ່າ, ກອງປະຊຸມເທື່ອນີ້ມີຫົວຂໍ້ວ່າ: “ສົ່ງເສີມການປັກເຂັມຂອງແພດແຜນຈີນ ຮັກສາສຸຂະພາບຂອງທົ່ວປວງຊົນ”, ຈັດຂຶ້ນດ້ວຍຮູບແບບຜ່ານທາງອອນລາຍແລະອອຟລາຍ, ກອງປະຊຸມຈະດຳເນີນການເປິກສາຫາລືດ້ານວິຊາການ ໂດຍປິ່ນອ້ອມການສືບທອດ ການປະດິດສ້າງໃໝ່ດ້ານການປັກເຂັມຂອງແພດແຜນຈີນ ໃນຖານະເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ ແລະຍຸດທະສາດແພດສາດດັ້ງເດີມຂອງອົງການອະນາໄມໂລກ.