ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງກອງປະຊຸມວິຊາການຄັ້ງທີ 16 ແລະກອງປະຊຸມບັນດິດຄັ້ງທີ 30 ຂອງສະຖາບັນວິທະຍາສາດປະເທດພວມພັດທະນາ

2022-11-22 14:43:08 cri


ວັນທີ 21 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງກອງປະຊຸມວິຊາການຄັ້ງທີ 16 ແລະກອງປະຊຸມບັນດິດຄັ້ງທີ 30 ຂອງສະຖາບັນວິທະຍາສາດປະເທດພວມພັດທະນາ.


ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຈີນເອົາໃຈໃສ່ເປັນຢ່າງສູງຕໍ່ການພັດທະນາວິທະຍາສາດພື້ນຖານ, ຍິນດີຮ່ວມກັບບັນດາປະເທດຢູ່ໃນໂລກລວມທັງປະເທດພວມພັດທະນາ, ເພີ່ມທະວີການເປີດປະຕູ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືດ້ານຂົງເຂດວິທະຍາສາດເຕັກນິກສາກົນຕື່ມອີກ, ສ້າງຄວາມຜາສຸກໃຫ້ປະຊາຊົນບັນດາປະເທດດ້ວຍວິທະຍາສາດທີ່ວັດທະນາຖາວອນ, ປະກອບສ່ວນເຂົ້າໃນການສົ່ງເສີມຂໍ້ລິເລີ່ມການພັດທະນາໃນທົ່ວໂລກ, ຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


ກອງປະຊຸມວິຊາການຄັ້ງທີ 16 ແລະກອງປະຊຸມບັນດິດຄັ້ງທີ 30 ຂອງສະຖາບັນວິທະຍາສາດປະເທດພວມພັດທະນາໄດ້ຈັດຂຶ້ນໃນມື້ດຽວກັນຢູ່ນະຄອນຮາງໂຈ່ວແຂວງເຈີ້ຈ່ຽງຂອງຈີນ.