ຕູຣາເຄຍກ່າວວ່າ ໄດ້ຖືກລູກສອນໄຟຂອງກຳລັງປະກອບອາວຸດເຄີດໂຈມຕີ

2022-11-22 17:01:36 cri

  ວັນທີ 21 ພະຈິກນີ້, ທ່ານ ຊູເລມັນ ໂຊອີລູ ລັດຖະມົນຕີກະຊວງພາຍໃນຕູຣາເຄຍກ່າວວ່າ, ມື້ດຽວກັນ, “ກອງທັບປ້ອງກັນປະຊາຊົນ” ທີ່ເປັນກຳລັງປະກອບອາວຸດເຄີດຢູ່ຊີຣີ ໄດ້ຍິງລູກສອນໄຟຢ່າງໜ້ອຍ 10 ລູກເຂົ້າໃສ່ເຂດຊາຍແດນທາງພາກຕາເວັນອອກສຽງໃຕ້ແຂວງກາຊຽນເທັບຂອງຕູຣາເຄຍທີ່ໃກ້ກັບຊີຣີ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນແລະບາດເຈັບ 6 ຄົນ.

  “ທ່ານຊູເລມັນກ່າວຕື່ມວ່າ, ເປົ້າໝາຍການຫຼອນໂຈມຕີດ້ວຍລູກສອນໄຟເທື່ອນີ້ ແມ່ນເຂດຊຸມຊົນແລະໂຮງຮຽນ, ຜູ້ເສຍຊີວິດ 3 ຄົນຈາກການຫຼອນໂຈມຕີນັ້ນ ມີຄົນໜຶ່ງແມ່ນອາຈານ, ແລະມີເດັກນ້ອຍຄົນໜຶ່ງ. ຕູຣາເຄຍຈະຕອບໂຕ້ຄືນການຫຼອນໂຈມຕີເທື່ອນີ້ດ້ວຍຮູບແບບທີ່ແຂງແຮງທີ່ສຸດ.